ປະກາດບັນຊີລາຍຊື່ 100 ວິສາຫະກິດຍືນຍົງຢູ່ ຫວຽດນາມ ປີ 2017

(VOVWORLD) - ລາຍການໄດ້ຕີລາຄາ, ຈັດອັນດັບວິສາຫະກິດຍືນຍົງຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງປະຈຳປີ, ເພື່ອແນໃສ່ເຊີດຊູບັນດາວິສາຫະກິດນຳໜ້າ ແລະ ບັນລຸໄດ້ຜົນງານໃດໜຶ່ງ...

ປະກາດບັນຊີລາຍຊື່ 100 ວິສາຫະກິດຍືນຍົງຢູ່ ຫວຽດນາມ ປີ 2017 - ảnh 1 ໂຮງງານນ້ຳຕາມ ໂຝຟອງ

(ພາບ: Thanh Long/TTXVN)

ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດວິສາຫະກິດຍືນຍົງຢູ່ ຫວຽດນາມ ໃນຕອນບ່າຍວັນທີ 6 ທັນວາ. ເຂົ້າຮ່ວມລາຍການມີທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ.

        ລາຍການໄດ້ຕີລາຄາ, ຈັດອັນດັບວິສາຫະກິດຍືນຍົງຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງປະຈຳປີ, ເພື່ອແນໃສ່ເຊີດຊູບັນດາວິສາຫະກິດນຳໜ້າ ແລະ ບັນລຸໄດ້ຜົນງານໃດໜຶ່ງ ໃນຂົງເຂດພັດທະນາແບບຍືນຍົງ; ພ້ອມທັງແມ່ນການຍູ້ຍົງສົ່ງເສີມບັນດາວິສາຫະກິດຢູ່ ຫວຽດນາມ ເອົາໃຈໃສ່ເປັນພິເສດມຸ່ງໄປເຖິງການພັດທະນາແບບຍືນຍົງກ່ວາອີກ.

        ທ່ານນາງ ເຈີ່ນງອັກແອ໋ງ, ຜູ້ອຳນວຍການການຕ່າງປະເທດ ບໍລິສັດ Dekalb ຫວຽດນາມ ຈຳກັດ, ແມ່ນໜຶ່ງໃນບັນດາວິສາຫະກິດໄດ້ຮັບການເຊີດຊູທີີ່ພິທີ, ໃຫ້ຮູ້ວ່າ:

        “ເລື່ອງໄດ້ຮັບລາງວັນພັດທະນາແບບຍືນຍົງໃນປີນີ້ມີບົດບາດສຳຄັນ. ພາຍຫຼັງມານະພະຍາຍາມມາເປັນເວລາຍາວນານ, ພວກຂ້າພະເຈົ້າໄດ້ຮັບຮອງແມ່ນໜຶ່ງໃນບັນດາວິສາຫະກິດພັດທະນາຍືນຍົງຢູ່ ຫວຽດນາມ. ນີ້ແມ່ນແຫຼ່ງກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ເດີນຕາມບັນດາຄວາມມານະພະຍາຍາມພັດທະນາແບບຍືນຍົງຢູ່ ຫວຽດນາມ ກໍ່ຄືທົ່ວໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ