ປ​ະ​ກາດ​ບັນ​ຊີ​ລາ​ຍ​ຊື່​ແບບ​ຢ່າງ​​ໜຸ່ມ​ດີ​ເດັ່ນ ຫວຽດ​ນາມ 20 ຄົນ

(VOVWORLD) - ວັນທີ 14 ກຸມພາ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ສະພາຄັດເລືອກລາງວັນ ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021 ໄດ້ຈັດການຖະແຫຼງຂ່າວ ປະກາດແບບຢ່າງດີເດັ່ນ 20 ຄົນ ທີ່ໄດ້ຮັບການສະເໜີເຂົ້າຮອບຄັດເລືອກອອນໄລຂອງລາງວັນນີ້. 
ປ​ະ​ກາດ​ບັນ​ຊີ​ລາ​ຍ​ຊື່​ແບບ​ຢ່າງ​​ໜຸ່ມ​ດີ​ເດັ່ນ ຫວຽດ​ນາມ 20 ຄົນ - ảnh 1ແບບຢ່າງດີເດັ່ນ 20 ຄົນ ທີ່ໄດ້ຮັບການສະເໜີເຂົ້າຮອບຄັດເລືອກອອນໄລ (ພາບ:qdnd.vn)

  ວັນທີ 14 ກຸມພາ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ສະພາຄັດເລືອກລາງວັນ ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021 ໄດ້ຈັດການຖະແຫຼງຂ່າວ ປະກາດແບບຢ່າງດີເດັ່ນ 20 ຄົນ ທີ່ໄດ້ຮັບການສະເໜີເຂົ້າຮອບຄັດເລືອກອອນໄລຂອງລາງວັນນີ້ ເຊິ່ງຄາດວ່າ ຈະຖືກດຳເນີນແຕ່ວັນທີ 14 – 28 ກຸມພາ 2022 ຢູ່ 12 ອົງການສື່ມວນຊົນ ແລະ ບາງເວັບໄຊຂອງຄະນະຊາວໜຸ່ມແຂວງ, ນະຄອນ.

        ພິທີຍ້ອງຍໍຊົມເຊີຍ ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021 ຄາດວ່າ ຈະດຳເນີນໃນລະຫວ່າງວັນທີ 20 ມີນາ ຫາວັນທີ 24 ມີນາ 2022 ຢູ່ນະຄອນຫຼວງ ຮ່າໂນ້ຍ.

        ລາງວັນ “ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ” ແມ່ນລາງວັນອັນສູງສົ່ງຂອງສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ເພື່ອແນໃສ່ເຊີດຊູຊາວໜຸ່ມຜູ້ດີເດັ່ນ, ມີຜົນງານດີເດັ່ນໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ