ປະກາດບັນດາວິສາຫະກິດທີ່ບັນລຸເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ

ປະກາດບັນດາວິສາຫະກິດທີ່ບັນລຸເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ - ảnh 1
ພິທີປະກາດ​ບັນດາ​ວິ​ສາ​ຫະກິດທີ່​ບັນລຸເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ 2012
(ພາບ: chinhphu.vn)


(vovworld) -     ມີ 54 ວິ​ສາ​ຫະກິດ​ໄດ້​ຮັບ​ນາມມະຍົດ “ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ຫວຽດນາມ” ​ໃນ​ພິທີປະກາດ​ບັນດາ​ວິ​ສາ​ຫະກິດທີ່​ບັນລຸເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ 2012, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 07/01, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ບັນດາ​ວິ​ສາ​ຫະກິດ​ທີ່​ມີຜົນງານ​ດີ​ເດັ່ນ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ປ່ຽນ​ໃໝ່​ມີ​ຫົວຄິດ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຍາດ​ເອົາ​ທີ່​ຕັ້ງ​ຢູ່ຕະຫຼາດຢ່າງ​ຕັ້ງໜ້າ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູ​ງຫາຍ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ວິ​ສາ​ຫະກິດ​ທີ່ບັນລຸ​​ໄດ້ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ປີ 2012​ ​ແລະ​ເນັ້ນ​ໜັກ​ວ່າ ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ທີ່​ວາງ​ອອກ​ໃນ​ປີ 2013 ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ໝັ້ນ​ຄົງ​.

        “ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຕ້ອງ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ ​ແລະ ຄຸດ​ນະພາ​ບຜະລິດ​ຕະພັນ. ພວກ​ເຮົາ​ຈະ​ໄດ້​ຮັບຄວາມ​ເຊື່ອ​ໝັ້ນຈາກ​ລູກ​ຄ້າ, ນັ້ນ​ແມ່ນ​ເຫດ​ຜົນ​ສະ​ລັບຄົງ​ຕົວ​ຂອງ​ບັນດາ​ວິ​ສາ​ຫະກິດ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດຄວນສຸມ​ໃສ່​ລົງທຶນ ​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ທາງ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ໃນ​ຜະລິດ​ຕະພັນ​. ສຳລັບ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ, ຈະ​ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ວິ​ສາ​ຫະກິດ ຖື​ການ​ພັດ​ທະນາ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຂອງ​ວິ​ສາ​ຫະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ອີກ​ດ້ວຍ ​ເພາະ​ມັນ​ແມ່ນ​ເຄື່ອງໝາຍ​ການ​ຄ້າ​ຂອງ​ທັງ​ປະ​ເທດ, ຂອງ​ທັງ​ຊາດ​ຫວຽດນາມ”.

ຂ່າວ/ບົດ​ອື່ນ