ປະກາດຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022

(VOVWORLD) -ລາງວັນຜູ້ດີເດັ່ນໜຸ່ມ ຫວຽດນາມ ແມ່ນລາງວັນອັນສູງສົ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເພື່ອຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ ອາຍຸຕ່ຳກວ່າ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນ 10 ຂົງເຂດ.
ປະກາດຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022 - ảnh 1ຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022
(ພາບ: BTC)

        ຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ສະພາມອບລາງວັນໄດ້ປະກາດລາງວັນຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022.

        ຕາມນັ້ນແລ້ວ, ຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022 ລວມມີ: ໂງກຸຍດັງ, ຫວໍ້ຮ່ວາງຫາຍ (ຂົງເຂດ ຮ່ຳຮຽນ); ສາດສະດາຈານ ເຈືອງແທັງຕຸງ (ຂົງເຂດ ຄົ້ນຄວ້າວິທະຍາສາດ - ປະດິດຄິດສ້າງ); ຫງວຽນຍືແທັງ (ຂົງເຂດອອກແຮງງານທຳການຜະລິດ); ຫງວຽນວັນທຽນຫວູ (ຂົງເຂດດຳເນີນທຸລະກິດ startup); ຮ້ອຍໂທ ເລຫາວ (ຂົງເຂດປ້ອງກັນຊາດ); ຮ້ອຍຕີ ທ່າວອາຄື (ຂົງເຂດປ້ອງກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ); ຮີນຍື (ຂົງເຂດກິລາກາຍຍະກຳ); ຫງວຽນທິງອັກຮ່າ (ຂົງເຂດວັດທະນະທຳສິລະປະ); ຮ້ອຍໂທ ເຢືອງຫາຍແອັງ (ຂົງເຂດເຄື່ອນໄຫວສັງຄົມ). ຄາດວ່າ, ພິທີຍ້ອງຍໍຊົມເຊີຍຜູ້ດີເດັ່ນໜຸ່ມ ຫວຽດນາມ 10 ຄົນປີ 2022 ຈະຈັດຂຶ້ນໃນຕອນຄ່ຳວັນທີ 23 ມີນາ ຈະມາເຖິງຢູ່ ຮ່າໂນ້ຍ.

        ລາງວັນຜູ້ດີເດັ່ນໜຸ່ມ ຫວຽດນາມ ແມ່ນລາງວັນອັນສູງສົ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເພື່ອຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ ອາຍຸຕ່ຳກວ່າ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນ 10 ຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ