ປະກາດວິສະຫະກິດ 500 ແຫ່ງເຕີບໂຕໄວ ທີ່ສຸດຢູ່ຫວຽດນາມ ໃນປີ 2011

ປະກາດວິສະຫະກິດ 500 ແຫ່ງເຕີບໂຕໄວ ທີ່ສຸດຢູ່ຫວຽດນາມ ໃນປີ 2011 - ảnh 1
ພາບປະກອບ

(vovworld) - ວັນ​ທີ 21/2, ບໍລິສັດ​ຫຸ້ນ​ສ່ວນ​ລາຍ​ງານ​ຕີ​ລາຄາ​ຫວຽດນາມ (ຫຼື Vietnam Report) ​ໄດ້​ປະກາດ​ຕາຕະລາງ​ຈັດ​ອັນ​ດັບ FAST 500 ປີ 2011 - Top ວິ​ສາ​ຫະກິດ 500 ​ແຫ່ງທີ່​ມີ​ລະດັບ​ເຕີບ​ໂຕ​ໄວ​ທີ່ສຸດ​ຢູ່​ຫວຽດນາມ. ໝາກຜົນ​ຕາຕະລາງ​ຈັດ​ອັນ​ດັບສະ​ແດງໃຫ້​ເຫັນ​ວ່າ: ລະດັບ​ເຕີບ​ໂຕ​ສະ​ເລ່ຍຂອງ​ວິ​ສາ​ຫະກິດ 500 ​ແຫ່ງ​ໃນ​ໄລຍະ 2007 – 2010 ບັນລຸ 57% (ຕາຕະລາງ​ຈັດ​ອັນ​ດັບ FAST 500 ປີ 2010 ບັນລຸ 54%). ປີ​ນີ້, ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ຍັງ​ກວມ​ອັດ​ຕາ​ສ່ວນ​ຫຼາຍ​ດ້ວຍ 71%, ​ເມື່ອ​ທຽບ​ກັບ 22% ລັ​ດວິ​ສາ​ຫະກິດທີ່​ມີໜ້າ​ໃນ​ຕາຕະລາງ​ນີ້. ຕາມ​ການ​ສຳ​ຫຼວດ​​ຂອງ Vietnam Report ​ໃນ​ເດືອນ 1 ທີ່​ຜ່ານ​ມາ​​ແລ້ວ, ມີ​ວິສາ​ຫະກິດພາກ​ເອກະ​ຊົນ​ກ່ວາ 70%​ ​​ໃນ​ຕາຕະລາງ​ຈັດ​ອັນ​ດັບ, ຄາ​ດວ່າ​ຈະ​ເພີ່ມ​​ເງິນ​ລົງທຶນ ​ແລະ ​ເປີດ​ກ້ວາງ​ການ​ຜະລິດ​ໃນ​ປີ 2012. ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ໃນ​ຕາຕະລາງຈັດ​ອັນ​ດັບ​ປີ​ນີ້ນັ້ນແມ່ນ ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ມີ​ລະດັບ​ເຕີບ​ໂຕ​ສະ​ເລ່ຍສູງ​ພໍ​ສົມຄວນກວມ​ກ່ວາ 50%, ​ເທົ່າ​ກັບ​ຕົວ​ເລກ​ສະ​ເລ່ຍຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ຜະລິດ​ເຫຼັກ​ກ້າ ​ແລະ ຂະ​ແໜງ​ບໍລິການ ​ແລະ ນອນ​ໃນ​ Top ບັນດາ​ຂະ​ແໜງມີ​ລະດັບ​ເຕີບ​ໂຕ​ສູງ​ສຸດ.

ນະຄອນຫຼວງຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ​ມິນ ຍັງ​ແມ່ນສູນ​ເສດຖະກິດ 2 ​ແຫ່ງ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ, ​ເມື່ອ​ບັນດາ​ວິ​ສາ​ຫະກິດ​ຢູ່ 2 ນະຄອນນີ້​ກວມ​ກ່ວາ​ 50% ຈຳນວນວິ​ສາ​ຫະກິດ FAST 500. ຈຸ​ດພິ​ເສດ​ແມ່ນ​ບາງ​ແຂວງ​ທີ່​ມີເງື່ອນ​ໄຂ​ເສດຖະກິດ​ປະສົ​ບກັບ​ຄວາມ​ຫຍູ້​ງຍາກ ກໍມີ​ຈຳນວນ​ວິ​ສາ​ຫະກິດ FAST 500 ຫຼາຍ​ພໍ​ສົມຄວນ​ຄື​ແຂວງ ​ເງ້ອານ (ມີ​ 9 ວິ​ສາ​ຫະກິດ) ຫຼື ດັກ​ລັກ (ມີ 7 ວິ​ສາ​ຫະກິດ). ນີ​້ແມ່ນ​ສັນຍານ​ເປັນ​ໜ້າ​ຊື່ນ​ຊົມ​ສະ​ແດງໃຫ້​ເຫັນ​ວ່າ: ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ​ພວມ​ພັດທະນາ​ຢ່າງ​ແຂງ​ແຮງ ຕາມ​ທິດ​ຫັນ​ເປັນໂປ່​ງ​ໃສສົມ​ກັບ​ທຳນຽມ​​ສາກົນ.

ຂ່າວ/ບົດ​ອື່ນ