ປະກາດໃຊ້ກົດໝາຍວ່າດ້ວຍຫໍສະໝຸດເພື່ອພັດທະນາວັດທະນະທໍາການອ່ານ

(VOVWORLD) -ບັນດາຜູ້ແທນໄດ້ເຫັນດີຕໍ່ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍຫໍສະໝຸດ ຈະປະກອບສ່ວນສ້າງກອບກົດໝາຍພັດທະນາອາຊີບຫ້ອງສະໝຸດ; ພັດທະນາວັດທະນະທໍາການອ່ານ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 32, ວັນທີ 13 ມີນາ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຫໍສະໝຸດ.

ປະກາດໃຊ້ກົດໝາຍວ່າດ້ວຍຫໍສະໝຸດເພື່ອພັດທະນາວັດທະນະທໍາການອ່ານ - ảnh 1 ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່່ຮ່າງກົດໝາຍວ່າດ້ວຍຫໍສະໝຸດ (ພາບ: TTXVN)

        ທີ່ວາລະປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີຕໍ່ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍຫໍສະໝຸດ ຈະປະກອບສ່ວນສ້າງກອບກົດໝາຍພັດທະນາອາຊີບຫ້ອງສະໝຸດ; ພັດທະນາວັດທະນະທໍາການອ່ານ; ຮັບປະກັນສິດໄດ້ສໍາຜັດກັບຂໍ້ມູນຂ່າວສານ, ຜົນປະໂຫຍດຈາກການຊົມໃຊ້ວັດທະນະທໍາ ແລະ ການສຶກສາຮໍ່າຮຽນຕະຫຼອດຊີວິດຂອງປະຊາຊົນ.

        ໂດຍມີຄວາມເຫັນດີເຫັນພ້ອມຕໍ່ຮ່າງກົດໝາຍວ່າດ້ວຍການກໍານົດ ກ່ຽວກັບການຫັນຮູບການຫໍສະໝຸດເປັນຫຼາຍຮູບຫຼາຍແບບ, ສ້າງຫໍສະໝຸດເພີ່ມເຕີມຢູ່ນອກໂຮງຮຽນພາກລັດ. ບັນດາສະມາຊິກສະພາແຫ່ງຊາດຖືວ່າ ເລື່ອງສ້າງຫໍສະໝຸດດີຈີຕອນ ຫຼື ສາງຊັບພະຍາກອນດີຈີຕອນ ກໍາລັງແມ່ນທ່າອ່ຽງພັດທະນາຂອງຫໍສະໝຸດທັນສະໄໝ, ພິເສດແມ່ນເມື່ອຄວາມຊິນເຄີຍ ແລະ ວິທີການສໍາຜັດກັບຂໍ້ມູນຂ່າວສານຂອງສັງຄົມມີການປ່ຽນແປງຫຼາຍຢ່າງ.

ແລະກໍ່ໃນຕອນບາຍວັນທີ 13 ມີນາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ