ປະ​ກາດ​ໃຊ້​​ແຜນ​ຜັງ​ສັງ​ລວມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ລະ​ບົບ​ທ່າ​ກ່ຳ​ປັ່ນ​ທະ​ເລ ຢູ່ ຫວຽດ​ນາມ

(VOVWORLD) - ການວາງແຜນຜັງສັງລວມກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ຈະໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກໍ່ສ້າງ, ຄຸ້ມຄອງ, ຂຸດຄົ້ນ, ມຸ່ງໄປເຖິງການກໍ່ສ້າງທ່າກ່ຳປັ່ນທະເລ ຂຽວ.
ປະ​ກາດ​ໃຊ້​​ແຜນ​ຜັງ​ສັງ​ລວມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ລະ​ບົບ​ທ່າ​ກ່ຳ​ປັ່ນ​ທະ​ເລ ຢູ່ ຫວຽດ​ນາມ - ảnh 1ທ່າກ່ຳປັ່ນແລກຮວຽນ, ຫ໋າຍຝ່ອງ (ພາບ: TTXVN)

ໃນຕອນບ່າຍວັນທີ 7 ຕຸລາ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫາກໍ່ ປະກາດ ການວາງແຜນຜັງສັງລວມ ກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ໄລຍະ 2021 – 2030 ແລະ ວິໄສທັດ 2050, ນີ້ແມ່ນແຜນຜັງສັງລວມທີ່ ທ່ານນາຍົກລັດຖະມົນຕີອະນຸຍາດ ເມື່ອເດືອນກັນຍາ ປີ 2021.

ການວາງແຜນຜັງສັງລວມກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ຈະໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກໍ່ສ້າງ, ຄຸ້ມຄອງ, ຂຸດຄົ້ນ, ມຸ່ງໄປເຖິງການກໍ່ສ້າງທ່າກ່ຳປັ່ນທະເລ ຂຽວ. ພັດທະນາທ່າກ່ຳປັ່ນທະເລ ຕາມແຜນຜັງ, ໃຫ້ບຸລິມະສິດທ່າກ່ຳປັ່ນທະເລເປັນ ປະຕູເຂົ້າອອກ ກັບສາກົນ, ທ່າກ່ຳປັ່ນທະເລ ທີ່ມີຂອບຂະໜາດໃຫຍ່ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສົງຄົມ.

ທ່ານ ຫງວຽນວັນເຖ໋ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກ ໃຫ້ບັນດາທ້ອງຖິ່ນ ແລະ ນັກລົງທຶນ, ມີການສົມທົບຢ່າງແໜ້ນແຟ້ນ ກັບບັນດາອົງການ, ກະຊວງ, ຂະແໜງການ ພ້ອມກັນຜັນຂະຫຍາຍແຜນຜັງ, ເພື່ອແນໃສ່ຂຸດຄົ້ນທ່າໄດ້ປຽບຈາກລະບົບທ່າກ່ຳປັ່ນທະເລ ຫວຽດນາມຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

ຫວຽດນາມ ມີລະບົບທ່າກ່ຳປັ່ນທະເລນັບຮ້ອຍແຫ່ງ. ດັ່ງນັ້ນ, ມີລະບົບນີ້ແມ່ນ ເພື່ອພັດທະນາເສດຖະກິດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງປະເທດເຮົາ, ໃນນັ້ນສຳຄັນທີ່ສຸດແມ່ນ ເຂດທ່າກ່ຳປັ່ນຫ໋າຍຝ່ອງ ທີ່ເຊື່ອມຕໍ່ກ໋ວາງນິງ, ທ໊າຍບິ່ງ ຈະສືບຕໍ່ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ