ປະຈຸບັນແຫຼ່ງພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ ບັນລຸກວ່າ 55% ກຳລັງການຜະລິດຕິດຕັ້ງທົ່ວປະເທດ

(VOVWORLD) -ຫວຽດນາມ ພວມສືບຕໍ່ປະຕິບັດໂຄງການແຫ່ງຊາດນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນໄລຍະທີ 3 ຮອດປີ 2030
ປະຈຸບັນແຫຼ່ງພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ ບັນລຸກວ່າ 55% ກຳລັງການຜະລິດຕິດຕັ້ງທົ່ວປະເທດ - ảnh 1ທີ່ການເຮັດວຽກ
(ພາບ: tapchicongthuong.vn)

ທີ່ການເຮັດວຽກກັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳຫວຽດນາມ Gareth Ward ໃນວັນທີ 19 ພຶດສະພາ, ກ່ຽວກັບບັນດາເນື້ອໃນທີ່ກ່ຽວຂອງເຖິງກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26), ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໄດ້ສະແດງຄວາມຊົມເຊີຍຂໍ້ລິເລີ່ມກ່ຽວກັບການຫັນປ່ຽນພະລັງງານ ໂດຍລາຊະອານາຈັກອັງກິດ ປຸກລະດົມ.  ທ່ານລັດຖະມົນຕີຢືນຢັນວ່າ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່ຢ່າງແຮງ, ພິເສດແມ່ນພະລັງງານແສງຕາເວັນ ແລະ ພະລັງງານແຮງລົມ, ພ້ອມກັນນັ້ນກໍ່ຖືເປັນສຳຄັນການນຳໃຊ້ພະລັງງານຢ່າງມີສິດທິຜົນ.

ຫວຽດນາມ ພວມສືບຕໍ່ປະຕິບັດໂຄງການແຫ່ງຊາດນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນໄລຍະທີ 3 ຮອດປີ 2030, ສືບຕໍ່ສ້າງສະພາບແວດລ້ອມແຫ່ງຄວາມສະດວກທີ່ສຸດເພື່ອດຶງດູດແຫຼ່ງເງິນລົງທຶນຂອງທົ່ວສັງຄົມ, ຂອງບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດເຂົ້າໃນຂະແໜງພະລັງງານ. ພິເສດແມ່ນສົ່ງເສີມພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່. ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ:

“ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ ແລະ ພວມສ້າງບັນດານະໂຍບາຍ, ປະຕິບັດໜ້າທີ່, ມາດຕະການແກ້ໄຂເພື່ອຊຸກຍູ້ວິວັດທະນາການຫັນໂຄງປະກອບຂະແໜງພະລັງງານຕາມທິດເສີມຂະຫຍາຍກຳລັງແຮງພາຍໃນ, ພ້ອມກັນນັ້ນກໍ່ເພີ່ມທະວີການຮ່ວມມື, ໜູຸນຊ່ວຍຈາກບັນດາຄູ່ຮ່ວມມືພັດທະນາ. ບັນດາກົນໄກຮ່ວມມືຫຼາຍຝ່າຍ ແລະ 2 ຝ່າຍແມ່ນມີຄວາມໝາຍຫຼາຍຢ່າງສຳລັບການພັດທະນາຂະແໜງພະລັງງານ ແລະ ພື້ນຖານເສດຖະກິດແຫ່ງຊາດຂອງຫວຽດນາມ…”

ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ Gareth Ward ໃຫ້ຮູ້ວ່າ, ທ່ານປະທານກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ Alok Sharma ຈະມີການຢ້ຽມຢາມຫວຽດນາມ ໃນອາທິດຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງອະນາຄົດຂອງພະລັງງານຫວຽດນາມ ກໍ່ຄືບັນດາກົນໄກເພື່ອແນໃສ່ດຶງດູດແຫຼ່ງການເງິນໃຫ້ແກ່ການລົງທຶນພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ