ປະຈຳການລັດຖະບານປຶກສາຫາລືກ່ຽວກັບໂຄງການເສັ້ນທາງຄວາມໄວສູງ ຈຸງເລືອງ - ມີ້ທ້ວນ

(VOVWORLD) -ວັນທີ 30 ກໍລະກົດ, ຢູ່ສຳນັກງານລັດຖະບານ, ປະຈຳການລັດຖະບານ ໄດ້ຈັດກອງປະຊຸມ ແລະ ປຶກສາຫາລືມາດຕະການເພື່ອແກ້ໄຂຂໍ້ຕິດຂັດ, ຊຸກຍູ້ໂຄງການເສັ້ນທາງຄວາມໄວສູງ ຈຸງເລືອງ - ມີ້ທ້ວນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ.

ປະຈຳການລັດຖະບານປຶກສາຫາລືກ່ຽວກັບໂຄງການເສັ້ນທາງຄວາມໄວສູງ ຈຸງເລືອງ - ມີ້ທ້ວນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ

(ພາບ: TTXVN)

ຮັບເອົາຄຳເຫັນຈາກບັນດາຜູ້ແທນ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານເສດຖະກິດ, ການເມືອງຂອງເສັ້ນທາງດັ່ງກ່າວ ສຳລັບການຊຸກຍູ້ການເຕີບໂຕເສດຖະກິດ, ສັງຄົມ ຢູ່ເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບ 13 ແຂວງ, ນະຄອນ ແລະ ມີປະຊາຊົນກວ່າ 20 ລ້ານຄົນ.

        ກ່ຽວກັບຄວາມຄືບໜ້າ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງວ່າ ເສັ້ນທາງຄວາມໄວສູງດັ່ງກ່າວຕ້ອງເຊື່ອມຕໍ່ກັນໃນປີ 2020 ແລະ ກໍ່ສ້າງສຳເລັດໃນປີ 2021. ທ່ານນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ, ກິດຈະກຳຕ້ອງໄດ້ປະຕິບັດຮັບປະກັນບັນດາປັດໃຈ: ຖືກຕາມກຳນົດເວລາທີ່ວາງອອກ, ມີຄຸນນະພາບ, ປະສິດທິຜົນ, ເປີດເຜີຍ, ກະຈ່າງແຈ້ງ, ບໍ່ປະໃຫ້ເກີດການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ