ປະຊາຄົມຊ່ວຍເຫຼືອ, ໜູນຊ່ວຍເດັກນ້ອຍກ່ຽວກັບສິດສຳຜັດກັບຂໍ້ມູນຂ່າວ

ປະຊາຄົມຊ່ວຍເຫຼືອ, ໜູນຊ່ວຍເດັກນ້ອຍກ່ຽວກັບສິດສຳຜັດກັບຂໍ້ມູນຂ່າວ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າວັນທີ 10/09, ຢູ່​ຮ່າ​ໂນ້ຍ, ກຳມາທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ, ​ເຍົາ​ວິ​ຊົນ ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ກອງ​ທຶນສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ເດັກນ້ອຍ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ສຳ​ຜັດ​ກັບ​ຂໍ້​ມູນຂ່າວ ​ແລະ ກົດ​ໝາຍວ່າ​ດ້ວຍ​ສະມາຄົມ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ຖື​ວ່າ, ສິດ​ສຳ​ຜັດ​ກັບ​ຂໍ້​ມູນຂ່າວ​ແມ່ນ​ໜຶ່ງ​ໃນ​ບັນດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່​ອຮັບ​ປະກັນ​ຄວາມ​ເປັນຕາ​ຍຂອງ​ເດັກນ້ອຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຄືປ້ອງ​ກັນ, ຕ້ານ HIV/AIDS ຫຼື ການຄ້າເດັກນ້ອຍ. ຂໍ້​ມູນ​ຂ່າວທີ່​ສະ​ໜອງ​ໃຫ້​ເດັກ​ນ້ອຍຕ້ອງ​ທັນ​ການ, ​ເໝາະ​ສົມ​ກັບ​​ເກ່ັນອາຍຸ, ຜ່ານດ້ານພາສາ, ພາຫະ​ນະ​ເຊິ່ງ​ເດັກນ້ອຍ​ສາມາ​ດເຂົ້າ​ໃຈ​ໄດ້. ທະນາຍຄວາມ ຫງວຽນ​ຮື​ງກວາງ, ຫ້ອງການ​ກົດໝາຍ ຫງວຽນ​ຮືງກວາງ ​ແລະ ຮ່ວມ​ງານ ຖື​ວ່າ.

        “ຕ້ອງກຳນົດ​ວ່າ ​ເດັກ​ນ້ອຍແມ່ນ​ເຈົ້າ​ຂອງ​ພິ​ເສດຂອງ​ສິດ​​ສຳ​ຜັດ​ກັບ​ຂໍ້​ມູນ​ຂ່າວ ຕົວ​ຢ່າງ​ຄື ສຳ​ຜັດ​ຂໍ້​ມູນ​ຂ່າວ​ແບບໂດຍ​ກົງ ຫຼື ​ໂດຍທາງ​ອ້ອມຜ່ານ​ຜູ້ຕາງ​ໜ້າ. ທີ 2 ​ແມ່ນ​ກຳນົດ​ຂອບ​ເຂດ​ຂໍ້​ມູນ​ຂ່າວ​ທີ່ກ່ຽວຂ້ອງ​​ເຖິງເດັກນ້ອຍ, ບັນດາ​ຂໍ້​ມູນ​ທີ່​ສະໜອງ​ໃຫ້​ເດັກ​ນ້ອຍຕ້ອງ​ເໝາະ​ສົມ​ກັບ​ການ​ພັດທະນາ​ ​ແລະ ຜົນ​ປະ​ໂຫຍ​ດຂອງ​ເດັກນ້ອຍ. ພວກ​ເຮົາ​ກໍ​ຕ້ອງມີ​ຂໍ້​ກຳນົດ​ຫ້າມ​ສະໜອງ​ຂໍ້​ມູນຂ່າວ​ທີ່​ບໍ່​ເໝາະ​ສົມ​ກັບ​ການ​ພັດທະນາ​ຂອງ​ເດັກ”.

ຂ່າວ/ບົດ​ອື່ນ