ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -  ທັງພາກເໜືອ, ພາກກາງ ແລະ ພາກໃຕ້ປະເທດ ລາວ ໄດ້ຈັດການເຄື່ອນໄຫວ້ອາໄລຫາ, ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ.
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ແລະ ຄະນະຜູ້ແທນເຂົ້າຮ່ວມພິທີໄຫວ້ອາໄລ)

ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025), ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ທັງພາກເໜືອ, ພາກກາງ ແລະ ພາກໃຕ້ປະເທດ ລາວ ໄດ້ຈັດການເຄື່ອນໄຫວ້ອາໄລຫາ, ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ.

ຢູ່ແຂວງ ຊຽງຂວາງ, ທາງພາກເໜືອຂອງ ລາວ, ໄດ້ຈັດພິທີສວດມົນພາວະນາອາໄລຫາບັນດາ ນັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ເນັ້ນໜັກວ່າ, ໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ທີ່ລຳບາກກາກກຳຕ້ານສັດຕູໂຕດຽວ, ພາຍໃຕ້ການຊີ້ນຳຂອງການນຳ 2 ພັກ, ມີທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຫຼາຍຄົນໄດ້ຮຽງບ່າຮຽງໄຫຼ່ພ້ອມກັບການປະຕິວັດຂອງລາວ, ຖືປະຊາຊົນ ລາວ ຄືດັ່ງອ້າຍນ້ອງດຽວກັນ, ພ້ອມກັນແບ່ງທຸກແບ່ງສຸກ, ຕໍ່ສູ້ຢ່າງພິລະອາດຫານ. ກົງກັນຂ້າມ, ທະຫານອາສາສະໝັກ ຫວຽດນາມ ຍາມໃດກໍ່ໄດ້ຮັບການອູມຊູຊ່ວຍເຫຼືອທີ່ເຕັມໄປດ້ວຍນ້ຳໃຈຂອງປະຊາຊົນ ລາວ.

ຢູ່ທາງພາກກາງຂອງ ລາວ, ຄະນະຜູ້ແທນສະຖາກົງສູງ ຫວຽດນາມ ປະຈຳ ສະຫວັນນະເຂດ, ໄດ້ສົມທົບກັບອຳນາດການປົກຄອງເມືອງ ເຊໂປນ ຈັດພິທີຖະຫວາຍທູບທຽນ, ດອກໄມ້ຢູ່ ຫໍພິພິຕະພັນມູນເຊື້ອຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ, ຢູ່ບ້ານ ດົງ ແລະ ເຂດອະນຸສາວະລີ ບັ້ນຮົບ ລາມເຊີນ 719.

ຕອນເຊົ້າວັນດຽວກັນ, ຢູ່ທາງພາກໃຕ້ຂອງ ລາວ, ຄະນະຜູ້ແທນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ, ກໍ່ໄດ້ໄປຖະຫວາຍທູບທຽນຢູ່ເຂດອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ຢູ່ເມືອງ ປາຊ່ອງ, ເປັນແຫ່ງຈົດຈຳນ້ຳໃຈຮ່ວມສຳພັນສູ້ຮົບລະຫວ່າງ 2 ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ