ປະຊາຄົມຊາວ ຫວຽດນາມ ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ສ.ເຊັກໂກ

(VOVWORLD) -ທ່ານຮອງລັດຖະມົນຕີ ຝ້າມກວາງຮ້ຽວ ຢືນຢັນວ່າ, ບັນດາອົງການຢູ່ພາຍໃນປະເທດ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາລວມຂອງການພົວພັນລະຫວ່າງ 2 ປະເທດ
ປະຊາຄົມຊາວ ຫວຽດນາມ ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ສ.ເຊັກໂກ - ảnh 1(ທ່ານຮອງລັດຖະມົນຕີ ຝ້າມກວາງຮ້ຽວ ເຮັດວຽກກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ)

ວັນທີ 29 ສິງຫາ, ຢູ່ນະຄອນຫຼວງ Praha, ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຝ້າມກວາງຮ້ຽວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ. ຕີລາຄາສູງການເຄື່ອນໄຫວພົ້ນເດັ່ນຂອງສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ຕໍ່ບ້ານເກີດເມືອງນອນ, ທ່ານຮອງລັດຖະມົນຕີ ຝ້າມກວາງຮ້ຽວ ຢືນຢັນວ່າ, ບັນດາອົງການຢູ່ພາຍໃນປະເທດ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາລວມຂອງການພົວພັນລະຫວ່າງ 2 ປະເທດ; ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມສ.ເຊັກໂກ ຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຈະແມ່ນປະຖົມປັດໃຈເພື່ອຍູ້ແຮງການພົວພັນດ້ານການເມືອງ - ເສດຖະກິດລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານຮອງລັດຖະມົນຕີ ປາດຖະໜາວ່າ ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ຈະສືບຕໍ່ຮັກສາການເຄື່ອນໄຫວສິດສອນ ແລະ ຮ່ຳຮຽນພາສາ ຫວຽດ ໃຫ້ລຸ້ນຕໍ່ໄປ ເພື່ອປົກປັກຮັກສາວັດທະນະທຳທີ່ເປັນມູນເຊື້ອ ເພື່ອພ້ອມກັນສ້າງປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງ, ເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ