ປະຊາຄົມຊາວຈີນຢູ່ ນະຄອນໂຮ່ຈິມິນ ຄັດຄ້ານຈີນຕັ້ງຮ້ານ ເຈາະນ້ຳມັນຢ່າງ ຜິດກົດໝາຍ


ປະຊາຄົມຊາວຈີນຢູ່ ນະຄອນໂຮ່ຈິມິນ ຄັດຄ້ານຈີນຕັ້ງຮ້ານ ເຈາະນ້ຳມັນຢ່າງ ຜິດກົດໝາຍ - ảnh 1
ສະພາບ​ການ​ພົບ​ປະ

(ພາບ: thanhnien.com.vn)

(vovworld)-  ຕອນ​​ເຊົ້າວັນ​ທີ 6/6, ປະຊາ​ຄົມ​ຊາວ​ຈີນ ພວມ​ດຳລົງ​ຊີວິດ​ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ນະຄອນ, ນັກ​ປະຕິວັດ​ອະ​ວຸ​ໂສ, ຜູ້​ຊົງ​ຄຸນ​ວຸດ​ທິ, ນັກ​ສິລະ​ປິນນະຄອນ.

   ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ຊາວ​ຈີນ ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​​ຄັດຄ້ານ​ການ​ກະທຳ​ໂດຍ​ບັງອາດ​ຂອງຈີນ ຊື່​ງ​ໄດ້ຕັ້ງຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ທ່ານ​ຢືດຶກ​ຕາຍ ຊາວ​ຈີນ ຢູ່​ເມືອງ 5 ນະຄອນ​ໂຮ່ຈິ​ມິນ ສະ​ແດງ​ວ່າ:

   “ພວກ​ຂ້າພະ​ເຈົ້າມີ​ຄວາມ​​ໂກດແຄ້ນ​ທີ່​ສຸດ​ຕໍ່​ການ​ກະທຳ​ອັນ​ຜິດພາດ​ຂອງ​ຈີນ ທີ່​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ, ກຳ​ປັ່ນ​ສູ່​ຮົບ​ຕ່ຳ​ກຳ​ປັ່ນ​ຂອງ​ຫວຽດນາມ ຢູ່ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ຈີນ ຕ້ອງ​ເຂົ້າ​ໃຈ​ວ່າ​ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ອະທິປະ​ໄຕ

ຂ່າວ/ບົດ​ອື່ນ