ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ ພົບປະໃນຕົ້ນລະດູບານໃໝ່

ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ ພົບປະໃນຕົ້ນລະດູບານໃໝ່ - ảnh 1
ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ
ສົມທົບກັບສະມາຄົມຊາວຫວຽດນາມ ປະຈຳ​ຍີ່ປຸ່ນ
(ພາບ: vietnamplus.vn)


(vovworld) -     ຕອນຄໍ່າວັນທີ 17/02, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ສົມທົບກັບສະມາຄົມຊາວຫວຽດນາມ ປະຈຳ​ຍີ່ປຸ່ນ ຈັດງານ​ພົບ​ປະ​ສັງ​ສັນໃນ​ຕົ້ນ​ລະດູບານ​ໃໝ່​ປີ​ມະ​ເສ​ງ 2013 ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮື​ງ ​ໃຫ້​ຮູ້​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໄດ້​ຍົກ​ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ, ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊິ່ງກັນ ​ແລະ ກັນ. 2 ປະ​ເທດ​ໄດ້​ເລືອກປີ 2013 ​ແມ່ນ​ປີມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ດ້ວຍ​ບັນດາ​ເຫດການ​ໃຫຍ່​ທີ່​ໄດ້​ຈັດ​ຕັ້ງຂຶ້ນ​ເພື່ອ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ຍີ່ປຸ່ນ ຄື ງານ​ບຸນ​ຫວຽດນາມ ຢູ່ ​ໂຕ​ກຽວ, ​ງານ​ພົບ​ປະ​ຫວຽດນາມ ຢູ່ Nagoya, ງານ​ວາງສະ​ແດງ​ວັດຖຸ​ບູຮານ​ຂອງ​ຫວຽດນາມ ຢູ່​ຫໍພິພິຕະພັນ​ແຫ່ງ​ຊາດ Kyushyu ​ແລະ ບາງ​ເຫດການ​ໃຫຍ່​ຢູ່ Osaka, Fukuoka... ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ຊາວ​ຫວຽດນາມ ປະຈຳ​ຍີ່​ປຸນ ​ໄດ້​ສະ​ເໜີ​ແວບ​ໄຊຂອງ​ສະມາຄົມ. ທ່ານ ຟານ​ຫິວ​ຢີ​ວກ໋ວກ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ສະມາຄົມ​ຊາວ​ຫວຽດນາມ ປະຈຳ​ຍີ່ປຸ່ນ ​ຖື​ວ່າ ​ແວບ​ໄຊຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພາຫະນະ​ຊ່ວຍ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ຕິດ​ຕໍ່​ພົວພັນ​ກັນ​ເປັນ​ປະຈຳ, ຊ່ວຍ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ພັດ​ທະ​ນາຢ່າງ​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ.

“ດ້ວຍ​ທິດ​ນການຳ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​​ແມ່ນ ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ ປະຈຳ​ຍີ່ປຸ່ນ ​ໃຫ້​ມີ​ຄວາມສາມັກຄີ, ​ໄດ້ຮັບ​ຜົນສຳ​ເລັດ ​ແລະ ຍາມ​ໃດ​ກໍ​ອວ່າຍ​ເມືອ​ຫາປະ​ເທດ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​​ເພື່ອເຊື່ອມ​ຕໍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ໃນ​ທົ່ວ​ປະ​ເທດ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ທຸກໆ​ຄົນ​ມີ​ຊ່ອງ​ຕິດ​ຕໍ່ພົວພັນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​​ແລະ ກັນ​ໃນ​ຊີວິດ​ການ​ເປັນ​ຢູ່​ກໍ​ຄື​ໃນ​ວຽກ​ງານ.”

ຂ່າວ/ບົດ​ອື່ນ