ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍ - ảnh 1
(ຊາວຫວຽດນາມ ​ໃນທົ່ວໂລກຄັດຄ້ານ​ເລື່ອງ​ຈີນ ຕັ້ງຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​
ໃນ​ເຂດ​ເສດຖະກິດ​ຜູກຂາດ​ຂອງ​ຫວຽດນາມ)


(vovworld) – ຕອນບ່າຍວັນທີ 18/05, ຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ນະຄອນຫຼວງ ວໍຊິງເຕັນ, ລັດ Viginia, ລັດ Maryland, ແລະ ບັນດາເຂດອ້ອມຂ້າງ ພ້ອມກັບເພື່ອນມິດຊາວອາເມລິກາ ຈຳນວນໜຶ່ງ ໄດ້ເຕົ້າໂຮມຢູ່ຕໍ່ໜ້າສະຖານທູດຈີນ ປະຈຳນະຄອນຫຼວງ ວໍຊິງ​ເຕັນ ​ເພື່ອ​ຄັດຄ້ານ​ເລື່ອງ​ຈີນ ຕັ້ງຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ຢ່າງ​ຜິດ​ກົດໝາຍ, ຮຽກຮ້ອງ​ຈີນ ຕ້ອງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ດັ່ງກ່າວ​ອອກ​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ໂດຍ​ທັນທີ. ​ແລະ​ກໍ່​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ຢູ່​ນະຄອນ ນິວຢອກ ​ແລະ Boston, ລັດ Massachussets, ມີ​ປະຊາຊົນ​, ຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ກໍ່​ໄດ້​ເຕົ້າ​ໂຮມ​ຢູ່​ຕໍ່​ໜ້າ​ຄະນະ​ທູຕານຸທູ​ດຈີນ ປະຈຳ​ນິວຢອກ ​ເພື່ອ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ຢູ່​ເຂດ​ເສດຖະກິດ​ຈຳເພາະ​ຂອງ​ຫວຽດນາມ.

        ວັນ​ທີ 18/05, ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີ​ຕາ​ລີ ກໍ່​ຄື​ຊາວ​ອີ​ຕາ​ລີ ຮັກຫອມຫວຽດນາມ ຫຼາຍ​ຄົນ ​ໄດ້​ເດີນ​ຂະ​ບວນຕໍ່ໜ້າ​ສະຖານທູດ​ຈີນ ຢູ່ Rome ​ເພື່ອ​ຄັດຄ້ານ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ສ.​ເກົາຫຼີ,  ປະຊາ​ຄົມ​ຊາວ​ຫວຽດນາມ ປະ​ຈຳ ອາ​ນໂກລາ, ຊິດນີ, ສະມາຄົມ​ມິດຕະພາບເຊັກ - ຫວຽດນາມ ກໍ່​ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ​ເພື່ອ​ຄັດຄ້ານ​ບັນດາ​ການ​ກະທຳ​​ເກາະ​ຜິດ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ