ປະຊາຄົມຊາວຫວຽດນາມຢູ່ລາວມຸງໄປສູ່ທະເລໝູ່ເກາະຂອງບ້ານເກີດເມືອງນອນ

ປະຊາຄົມຊາວຫວຽດນາມຢູ່ລາວມຸງໄປສູ່ທະເລໝູ່ເກາະຂອງບ້ານເກີດເມືອງນອນ - ảnh 1
ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ລາວ ຈັດຕັ້ງການເລ້ຍລາຍເງິນ “ມຸ່ງໄປເຖິງທະເລ, ໝູ່ເກາະຂອງປະເທດຊາດ”

(vovworld) – ວັນ​ທີ 4/6, ທ່ານ​ ​ເຈິ່ນວັນ​ຕ໋ວນ, ຫົວໜ້າ​ສະຖານກົງສູນ​ຫວຽດນາມ​ປະຈຳ​ຫຼວງ​ພະ​ບາງ ​ໃຫ້​ຮູ້​ວ່າ, ​ໂດຍ​ຕອບ​ສະໜອງ​ການ​ ບໍລິຈາກ “ມຸງ​ໄປ​ສູ່​ທະ​ເລ​ໝູ່​ເກາະຂອງ​ບ້ານ​ເກີດ​ເມືອງ​ນອນ“ ​ໂດຍຫົວໜ້າ​ກົງ​ສູນຫວຽດນາມ​ປຸກລະດົມ​ນັ້ນ. ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ​ລາວ ​ບໍລິຈາກ​ເງິນ​​ໄດ້ເກືອບ 120 ລ້ານ​ດົ່ງ. ຮອດ​ວັນ​ທີ 4/6, ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ບັນດາ​ແຂວງ​ສະຫວັນ​ນະ​ເຂດ, ຄຳ​ມ່ວນ ​ແລະ ນະຄອນຫຼວງ​ວຽງ​ຈັນ​ກໍ່​ບໍລິຈາກ​ເງິນ​ໄດ້​ກວ່າ 120 ລ້ານ​ດົ່ງ. ນອກ​ນັ້ນ ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ລາວ ຍັງ​ກ່າວ​ປະນາມ​ບັນດາ​ການ​ກະທຳ​ຂອງ​ຈີນ​ທີ່​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ຢ່າງ​ຜິດກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ລະ​ເມີດ​ກົດໝາຍ​ສາກົນ, ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ່​ຄືຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ.

ຕອບກັບ

ຂ່າວ/ບົດ​ອື່ນ