ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບ ບຸນປີໃໝ່ປະຈຳຊາດ ປີມະເມຍ 2014

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບ ບຸນປີໃໝ່ປະຈຳຊາດ ປີມະເມຍ 2014 - ảnh 1
ແມ່​ພີ​ນ້ອງຊາວ​ຫວຽດນາມ​ອາ​ໄສ​ຢູ່ ໂມໂຣໂກ ເຂົ້າຮ່ວມການພົບປະ ສ້າງສັນເນື່ອງໃນໂອກາດບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014
(ພາບ: vnexpress)

(vovworld)- ຕອນ​ຄ່ຳ​ວັນ​ທີ 29/1, ຢູ່ສະຖານທູດ​ຫວຽດນາມ​ປະຈຳ​ມົດ​ສະ​ກູ​ແຫ່ງ​ສະຫະພັນ​ລັດ​ເຊຍ, ພໍ່​ແມ່​ພີ​ນ້ອງຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍພ້ອມ​ດ້ວຍ​ບັນດາ​ຜູ້​ແທນ​ສະມາຄົມ​ຕ່າງໆ, ບັນດາ​ວິ​ສາ​ຫະກິດ ​​ໄດ້​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປະຈຳ​ປີ, ພົບ​ປະ​ສ້າງສັນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014. ທ່ານ​ເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ສະຫະພັນ​ລັດ​ເຊຍ ຝ້າ​ມຊວນ​ເຊີນ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ຂອງພໍ່​ແມ່​ພີ​ນ້ອງຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ, ຮ່ຳຮຽນ​ໃນ​ປີ 2013 ທີ່​ຜ່ານ​ມາ. ທ່ານ​ເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ສະຫະພັນ​ລັດ​ເຊຍ ຝ້າ​ມຊວນ​ເຊີນ ກ່າວວ່າ : 

    “ ອາດ​ເວົ​້າ​ໄດ້​ວ່າ ​ເມື່ອ​ໄດ້​ເຫັນປະຈັກ​ຕາຮູບ​ພາບປະ​ຊາ​ຄົມຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ​ ຄື​ໃນ​ປະຈຸ​ບັນ, ຂ້າພະ​ເຈົ້າ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງບັນດາສະມາຄົມ, ບັນດາ​ວິ​ສາ​ຫະກິດ, ບັນດາ​ນັກ​ສຶກສາ​ຫວຽດນາມ​ໃນ​ການ​ຮ່ຳຮຽນ ​ແລະ ສູ້​ຊົນ​ຂອງ​ຕົນ. ປີ​ທີ່​ຜ່ານ​ມາ​ກໍ​ແມ່ນ​ປີ​ທີ່​ໜ້າປະ​ທັບ​ໃຈຕໍ່​ຂະ​ບວນການ​ຮ່ຳຮຽນ​ຂອງ​ນັກ​ສຶກສາ, ​ຊາວ​ໜຸ່ມ​ຫວຽດນາມ” .

      ​ໃນ​ຂະນະ​ດຽວ​ກັນ, ຢູ່ສີ​ລັງກາ, ອາ​ຟະ​ລິ​ກາ​ໃຕ້, ມາຣົກ, ອານ​ເຢຣີ, ​ໂມ​ໂຣ​ໂກ, ປະຊາ​ຄົມຊາວ​ຫວຽດນາມ​ອາ​ໄສ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ ກໍ​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນຕ້ອນຮັບ ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014 ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ