(vovworld) – ໂດຍນອນໃນການເຄື່ອນໄຫວກະກຽມຕ້ອນຮັບບຸນປີໃໝ່, ຫວ່າງແລ້ວນີ້, ສູນປະຊາຄົມເຂດ Bishan Toa Patoh ໄດ້ຈັດງານບຸນມີຊື່ວ່າ “ອວຍພອນລະດູບານໃໝ່: ມູນເຊື້ອຜ່ານບັນດາພື້ນຖານວັດທະນະທຳ” ເພື່ອແນໃສ່ແນະນຳກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງ 4 ປະຊາຄົມຄື: ຫວຽດນາມ, ມຽນມາ, ໄທ ແລະ ອິນເດຍ, ເຊິ່ງເປັນບັນດາປະເທດທີ່ນັບມື້ນັບມີປະຊາຊົນຫຼາຍຄົນມາອາໄສຢູ່ສິງກະໂປ. ເຂົ້າຮ່ວມລາຍການປີນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ສິງກະໂປ ໄດ້ສະແດງຫຼາຍລາຍການສິລະປະພິເສດ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຫວຽດນາມ.
ທ່ານ Martin Wong, ຫົວໜ້າຄະນະຈັດຕັ້ງງານບຸນໄດ້ຕີລາຄາວ່າ, ບັນດາລາຍການຟ້ອນລຳທຳເພງຂອງປະຊາຄົມຊາວຫວຽດນາມ, ໄດ້ຊ່ວຍໃຫ້ຊາວສິງກະໂປ ເຂົ້າໃຈແຈ້ງກວ່າກ່ຽວກັບປະຊາຄົນທີ່ພວມນັບມື້ນັບເຊື່ອມໂຍງເຂົ້າກັບປະເທດສິ່ງກະໂປ.