ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ຫວຽດນາມ

ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ຫວຽດນາມ - ảnh 1
(ປະ​ຊາ​ຄົ​ມ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ໃຫ້​ຄຳ​ໝັ້ນ​ສັນ​ຍາລົງ​ທຶນ​ຍາວ​ນານ​ຢູ່​ຫວຽດ​ນາມ)

(vovworld) - ​​​​ຄະ​ນະ​ວິ​ສ​າ​ຫະ​ກິດ​ຂັ້ນ​ສູງ​​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ພວ​ມ​ຢູ່​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 06 – 09/03, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຄຸ້​ມ​ຄອງ​ຂັ້ນ​ສູງ​ທີ່​ມາ​ຈາກກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ​ອາ​ເມ​ລິ​ກາ ເກືອບ 30 ແຫ່ງທີ່​ຂຶ້ນ​ກັບ​ບັນ​ດາ​ຂົງ​ເຂດ​ແຕກ​ຕ່າງ​ກັນ​ຄື: ການ​ເງິນ, ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ... ທີ່​ການ​ປະ​ຊຸມ​ຂ່າວ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 06/03, ຢູ່​ຮ່າ​ໂນ້ຍ, ທ່ານ Chtistian Bennet, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຫວຽດ​ນາມ​ສັງ​ກັດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ, ​ໄດ້ຢືນຢ​ັນ​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ຢືນ​ຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນຢ່າງ​ຍາວ​ນານ​ຂອງວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ສຳ​ລັບ​ຕະ​ຫຼາດນີ້. ສ່ວນ​ທ່ານ Mars Meanly, ຮອງ​ປະ​ທານ​ຜູ້​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ຂ​ອງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ໃຫ້​ຮູ້​ວ່າ.

        “ອາ​ຊຽນ ແລະ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະ​ຫຼາ​ດ​ເຊິ່ງ​ບັນ​ດາ​ບໍ​ລິ​ສັດ​ຂອງ​ອາ​ເມ​ລິ​ກາ ຢາກ​ມາ​ຮ່ວມ​ມື​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ. ເຖິງ​ວ່າ ສັນ​ຍາ TPP ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ເມ​ລິ​ກາ ແລ້ວກໍ່​ຕາມ, ແຕ່ 11 ປະ​ເທດ​ຍັງ​ເຫຼືອ​ ​ພັດຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ແລະ ກະ​ກຽມ​ການ​ພົບ​ປະ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢູ່ ຈີ​ເລ ເພື່ອ​ປຶກ​ສາ​ຫາ​ລື ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຜົນ​ປະ​ໂຫຍດ​ໃນ​ວິ​ວັດການ​ເຈ​ລະ​ຈາ​ເປັນ​ເອ​ກະ​ພາບ​. ສະ​ນັ້ນ, ຍັງ​ມີ​ກາ​ລະ​ໂອ​ກາດ​ເພື່ອ​​ໃຫ້ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ໃນ​ນັ້ນ​ມີ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ຂຸດ​ຄົ້​ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ 11 ປະ​ເທດ​ສະ​ມາ​ຊິກ TPP ນີ້”.

ຂ່າວ/ບົດ​ອື່ນ