ປະຊາຄົມວິສາຫະກິດແຂວງDakahliaຂອງອີຢີບຢາກຮ່ວມມືດ້ານການຄ້າກັບຫວຽດນາມ

ປະຊາຄົມວິສາຫະກິດແຂວງDakahliaຂອງອີຢີບຢາກຮ່ວມມືດ້ານການຄ້າກັບຫວຽດນາມ - ảnh 1
ວິສາຫະກິດແຂວງ Dakahlia ຂອງ ອີຢີບ
ຢາກຮ່ວມມືດ້ານການຄ້າກັບ ຫວຽດນາມ


(vovworld) - ວັນ​ທີ 9/3, ນະຄອນ Mansoura, ​ແຂວງ Dakahlia ຂອງ ອີ​ຢີບ, ສະຖານທູດ ຫວຽດນາມ ​ແລະ ພາກສ່ວນ​ການ​ຄ້າ​ຢູ່ ອີ​ຢີບ ສົມທົບ​ກັບ​ຫ້ອງການ ການ​ຄ້າ​ແຂວງ Dakahlia ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ສົ່ງ​ເສີມ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ໂອກາດ​ຮ່ວມ​ມື​ລະຫວ່າງ ວິ​ສາ​ຫະກິດ ສອງ​ປະ​ເທດ ກໍ່​ຄື​ສົ່ງ​ເສີມ​ດ້ານ​ການ​ຄ້າ​ລະຫວ່າງ ຫວຽດນາມ - ອີ​ຢີບ ​ເວົ້າ​ລວມ ​ແລະ ​ແຂວງ Dakahlia ​ເວົ້າ​ສະ​ເພາະ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຢີບ ​ໂດ​ຮ່ວາງ​ລອງ ​ແນະນຳ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຜົນງານ​ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຢືນຢັນ​ຫວຽດນາມ​ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ຕ່າງປະ​ເທດ​​ເຂົ້າມາ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂດ​ຮ່ວາງ​ລອງ ​ໃຫ້​ຮູ້​ວ່າ, ສະຖານທູດ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ອີ​ຢີບ​ເວົ້າ​ລວມ ​ແລະ ​ແຂວງ Dakahlia ​ເຊື່ອມ​ຕໍ່​ເພື່ອ​ຊອກ​ຫາ​ຄູ່​ຮ່ວມ​ມື​ຢູ່ ຫວຽດນາມ.

ສ່ວນ​ທ່ານ Ahmed Roab, ​ປະທານ​ຫ້ອງການ ການ​ຄ້າ​ແຂວງ Dakahlia ຕີ​ລາຄາ​ສູງ​ກອງ​ປະຊຸມ​ສຳ​ມະ​ນາ, ຖື​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ອີ​ຢີບ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຊອກ​ຮູ້​ຕະຫຼາດ ​ແລະ ບັນດາ​ຂະ​ແໜງ​ສິນຄ້າ​ຂາ​ອອກ​ຂາ​ເຂົ້າ, ຜ່ານ​ນັ້ນ​ຊຸກຍູ້​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ກັບ​ທ້ອງ​ຖີ່​ນຕ່າງໆ​ຂອງ ອີ​ຢີບ, ​ໃນ​ນັ້ນ​ມີ​ແຂວງ Dakahlia.

ຕອບກັບ

ຂ່າວ/ບົດ​ອື່ນ