​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ປົກ​ປັກ​ຮັ​ກ​ສາ​ສິ່ງ​ແວດ​ລ້ອ​ມ​ທົ່ວ​ໂລກ

(VOVWORLD) -ວັນທີ 30 ພຶດສະພາ, ກອງປະຊຸມສຸດຍອດຄູ່ຮ່ວມມືກ່ຽວກັບການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 2 ຖືກໄຂຂຶ້ນຢູ່ນະຄອນຫຼວງ ເຊີອູນ, ປປະເທດ ສ.ເກົາຫຼີ ດ້ວຍການເຂົ້າຮ່ວມຂອງການນຳຫຼາຍກວ່າ 60 ປະເທດ ແລະ ອົງການຈັດຕັ້ງສາກົນ. ກອງປະຊຸມຖືກຈັດຂຶ້ນຕາມຮູບການທາງອອນລາຍ.
​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ປົກ​ປັກ​ຮັ​ກ​ສາ​ສິ່ງ​ແວດ​ລ້ອ​ມ​ທົ່ວ​ໂລກ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in (ພາບ: Getty Images)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ໄດ້ປະກາດແຜນການຂອງ ເຊີອູນ ກ່ຽວກັບການເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນ ມີການເພີ່ມທຶນ ODA ນັບແຕ່ປີນີ້ ຮອດປີ 2025 ຂຶ້ນຫຼາຍພໍສົມຄວນ ໃຫ້ບັນດາໂຄງການທີ່ເປັນມິດກັບສິ່ງແວດລ້ອມ ແລະ ປົກປັກຮັກສາສິ່ງແວດລ້ອມ. ການນຳ ສ.ເກົາຫຼີ ກໍຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ເຊີອູນໃນການຍົກສູງເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດດີໂອຊິດກາກບອນ ໃຫ້ຫຼາຍກວ່າອີກ ເໝືອນດັ່ງເປັນສ່ວນໜຶ່ງໃນຄວາມມານະພະຍາຍາມບັນລຸໄດ້ເປົ້າໝາຍແກ່ໄຂບັນຫາກາກບອນ ໃນປີ 2050.

ໃນມື້ເຮັດວຽກທີ 2 ຂອງເຫດການດັ່ງກ່າວ, ວັນທີ 31 ພຶດສະພາ, ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ເປັນປະທານວາລະປຶກສາຫາລືຂັ້ນສູງ ກ່ຽວກັບບັນຫາກາກບອນ ແລະ ການເຕີບໂຕຂຽວ ໃນຖານະເປັນປະທານກອງປະຊຸມ. 

ຕອບກັບ

ຂ່າວ/ບົດ​ອື່ນ