ປະຊາຄົມສາກົນກ່າວປະນາມບັນດາເຫດກໍ່ການຮ້າຍຢູ່ ອີຢິບຢ່າງແຮງ

ປະຊາຄົມສາກົນກ່າວປະນາມບັນດາເຫດກໍ່ການຮ້າຍຢູ່ ອີຢິບຢ່າງແຮງ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ

(vovworld) – ວັນ​ທີ 9/4, ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເຂົ້າ​ໂບດ 2 ແຫ່ງ​ຢູ່​ທາງ​ທິດ​ເໜືອ ອີ​ຢິບ ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 44 ຄົນ​ເສຍ​ຊີ​ວິດ ແລະ 120 ຄົນ​ຖືກ​ຮັບ​ບາດ​ເຈັບ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ຫວັງ​ວ່າ ບັນ​ດາ​ຜູ້​ຖືກ​ຮັບ​ບາດ​ເຈັບ​ຈະ​ຟື້ນ​ຟູ​ສຸ​ຂະ​ພາບ​ໂດຍ​ໄວ ແລະ ຊອກ​ຫາ​ບັນ​ດາ​ຕົວ​ການ​ໂດຍ​ໄວ.

    ສັນ​ຖະ​ປະ​ປາ Francis ໄດ້​ກ່າວ​ຕຳ​ນິ​ຕິ​ຕຽນ​ເຫດ​ກາ​ນ​ວາງ​ລະ​ເບີດ 2 ຄັ້ງ​ດັ່ງ​ກ່າວ​ຢ່າງ​ແຮງ. ສັນ​ຖະ​ປະ​ປາ ໄດ້​ຝາ​ກ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ ​ສັງ​ຄະ​ນາ​ຍົກ​ສະ​ມາ​ຄົມ​ສາ​ສ​ະ​ໜາ Coptic ອີ​ຢິບ Tawadros 2 ແລະ ປະ​ຊາ​ຊົນ ອີ​ຢິບ ທຸກ​ຄົນ, ພ້ອມ​ທັງສວດ​ມົນພາ​ວະ​ນາ​ໃຫ້​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​​ຈາກເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ 2 ຄັ້ງ​ດັ່ງ​ກ່າວ ແລະ ປາດ​ຖະ​ໜາ​ຢາກ​ໃຫ້​ໂລກ​ຫລຸດ​ພົ້ນ​ອອກ​ຈາກກໍ່​ການ​ຮ້າຍ, ການ​ໃຊ້​ຄວາມ​ຮຸນ​ແຮງ.

    ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande  ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອີ​ຢິບ ໃນ​ບັ້​ນ​ຮົບ​ຕ້ານກໍ່​ການ​ຮ້າຍ, ພ້ອມ​ທັງ​ຝາກ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄົບ​ຄອບ​ບັນ​ດາ​ຜູ້​ປະ​ສົບ​ເຄາ​ະ​ຮ້າຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Lebanon Saad El Hariri ກໍ່​ໄດ້​ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີນີ້…


ຕອບກັບ

ຂ່າວ/ບົດ​ອື່ນ