ປະ​ຊາ​ຄົມ​ສາ​ກົນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -   ວັນທີ 22 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ຈະໂຮມປະຊຸມການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຕາມຮູບການທາງໄກ ໃນວັນທີ 24 ສິງຫາ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ.
ປະ​ຊາ​ຄົມ​ສາ​ກົນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ກຳລັງ ຕາລີບານ ລາດຕະເວນຢູ່ນະຄອນຫຼວງ Kabul ໃນວັນທີ 17 ສິງຫາ (ພາບ: TTXVN)

ໃນວັນດຽວກັນ, ວັງ Kremlin ກໍແຈ້ງໃຫ້ຊາບວ່າ ການນຳບັນດາປະເທດສະມາຊິກ ອົງການສົນທິສັນຍາຄວາມໝັ້ນຄົງລວມໝູ່ (CSTO) ໂຮມປະຊຸມທາງໄກໃນວັນທີ 23 ສິງຫາ ເພື່ອພ້ອມກັນປຶກສາຫາລືກ່ຽວກັບວິທີການຮັບມືກັບບັນດາສິ່ງທ້າທາຍ ແລະ ໄພນາບຂູ່ຂ້າມຊາຍແດນ ທີ່ເກີດມາຈາກວິກິດການຢູ່ ອາບການິດສະຖານ. ກອງປະຊຸມຄັ້ງນີ້ ຖືກດຳເນີນພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ຕັກກີກິດສະຖານ Emomali Rahmon ແລະ ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin.

        ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ກໍໄດ້ເນັ້ນໜັກໃນວັນດຽວກັນວ່າ ວໍຊິງຕັນ ພວມສືບຕໍ່ບັນລຸໄດ້ຄວາມຄືບໜ້າໃນການຍົກຍ້າຍພົນລະເມືອງ ອາເມລິກາ ກໍຄືຂອງບັນດາປະເທດພັນທະມິດຂອງ ອາບການິດສະຖານ ອອກຈາກປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້. ທ່ານປະທານາທິບໍດີ Joe Biden ກໍຫວັງວ່າ ບັນດາຖ້ຽວບິນສົ່ງພົນລະເມືອງອອກຈາກປະເທດນີ້ ຈະສິ້ນສຸດໃນວັນທີ 31 ສິງຫາ ເຊິ່ງເປັນກຳນົດເວລາສຸດທ້າຍ ເພື່ອໃຫ້ ອາເມລິກາ ຖອນກຳລັງທະຫານອອກຈາກ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ