ປະຊາຄົມສາກົນມານະພະຍາຍາມຢຸດຕິວິກິດການຢູ່ຊີຣີ

ປະຊາຄົມສາກົນມານະພະຍາຍາມຢຸດຕິວິກິດການຢູ່ຊີຣີ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 30/10, ອາ​ເມ​ລິ​ກາ, ລັດ​ເຊ​ຍ, ​ອີຣານ ​ແລະ 14 ປ​ະ​ເທດ​ອື່ນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ເປີດ​ກວ້າງ​ກ່ຽວ​ກັບ​ຊີຣີ ຢູ່​ນະຄອນຫຼວງ ວຽນ, ປະ​ເທດ​ອົດ​​ຕະ​ລິດ ​ເພື່ອຮຽກ​ຮ້ອ​ງ​ໃຫ້​ມີຄຳ​ສັ່ງ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ​ຢູ່​ຊີຣີ, ​ເຊື່ອມ​ຕໍ່​ບັນດາ​ການ​ເຈ​ລະ​ຈາ​ໂດຍ​ສະຫະ​ປະຊາ​ຊາດ​ເປັນຄົນກາງ​ໄກ່​ເກ່ຍ ລະຫວ່າງ​ອຳນາດ​ການ​ປົກຄອງ Damascus ​ແລະ ຝ່າຍຄ້ານ, ກໍຄືດຳ​ເດີນບັນດາ​ການ​ເລືອກ​ຕັ້ງຄັ້ງ​ໃໝ່. ​ໃນ​ຖະ​ແຫຼງການ​ຮ່ວມ​ເຊິ່ງ​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ, ​ຝ່າ​ຍຕ່າງໆທີ່ເຂົ້າ​ຮ່ວມ​ຢືນຢັນ​ວ່າ “ບັນດາ​ຄວາມບໍ່​ລົງ​ລ້ອຍກັນ​ທີ່​ໃຫຍ່​ຫຼວງ​ຍັງ​ຄົງ​ຕົວ​ຢູ່”, ​ແຕ່​ຫັນ​ດີ​ນຳ​ກັນ “ຕ້ອງ​ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ທານ​ທູດ ​ເພື່ອ​ຢຸດຕິ​ການ​ສູ້​ຮົບ” ຢູ່​ຊີຣີ. ຕາ​ມຖະ​ແຫຼງການ​ແລ້ວ, ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​​ເຈລະຈາ​ໄດ້​ສະ​ເໜີ​ໃຫ້​ສະ​ຫະປະຊາ​ຊາດ ​ເຕົ້າ​​ໂຮມ​ບັນດາ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ຊີຣີ ​ແລະ ຝ່າ​ຍຄ້ານ ​ເພື່ອ​ແນ​ໃສ່​​ດຳ​ເນີນ “ວິວັດທະນາ​ການ​ການ​ເມືອງ ​ເຊິ່ງພ​າ​ໄປ​ເຖິງ​ອຳນາດ​ການ​ປົກຄອງ​ທີ່​ມີ​ຄວາມ​ໄວ​​້​ເນື້ອ​​ເຊື່ອ​ໃຈ, ຕ່າງໜ້າ​ຫຼາຍ​ຝ່າຍ, ປອດ​ພັກ​ຝ່າຍ, ສາສະໜາ, ຫຼັງຈາກ​ນັ້ນ​ແມ່ນ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ແລະ ການ​ເລືອກຕັ້ງຕ່າງໆ”.

ຂ່າວ/ບົດ​ອື່ນ