ປະຊາຄົມສາກົນສືບຕໍ່ມີປະຕິກິລິຍາກ່ຽວກັບຄຳສັ່ງລົງໂທດອີຣານຂອງອາເມລິກາ

(VOVWORLD) -ວັນທີ 05 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ຖືວ່າ, ບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ພວມ “ໄປໃນທາງກົງກັນຂ້າມ”, ເຮັດໃຫ້ ວໍຊິງຕັນ ຖືກຕົກຢູ່ໂດດດ່ຽວກວ່າ.

ໃນສື່ສັງຄົມ Twitter, ທ່ານ Zarif ເນັ້ນໜັກວ່າ, ດ້ວຍຂໍ້ຕົກລົງລົງໂທດເຕເຮຣານ, ອາເມລິກາ ໄດ້ສ້າງສິ່ງທ້າທາຍຕໍ່ສະຫະປະຊາຊາດ ແລະ ສະພາຄວາມໝັ້ນຄົງ ດ້ວຍວິທີຈັດວາງບັນດາຄຳສັ່ງລົງໂທດແນໃສ່ສາມັນຊົນອີຣານ.

        ໃນຂະນະນັ້ນ, ໂຄສົກຂອງລັດຖະບານເຢຍລະມັນ, ທ່ານ Steffen Seibert ໃຫ້ຮູ້ວ່າ, ປະເທດນີ້ຖືວ່າຄວນສ້າງເງື່ອນໄຂເພື່ອໃຫ້ບັນດາການພົວພັນດຳເນີນທຸລະກິດຖືກຕ້ອງຕາມກົດໝາຍກັບອີຣານ ແລະ ແບກແລງ ພວມຊອກຫາວິທີເພື່ອປົກປ້ອງບັນດາບໍລິສັດທີ່ຖືກຜົນສະທ້ອນຈາກບັນດາຄຳສັ່ງລົງໂທດໂດຍອາເມລິກາ ຈັດວາງຄືນຕໍ່ເຕເຮຣານ.

        ໃນວັນດຽວກັນ, ອັງກິດ ໄດ້ອອກສຽງສະແດງຄວາມ “ເສຍດາຍ” ກ່ຽວກັບຂໍ້ຕົກລົງຈັດວາງຄຳສັ່ງລົງໂທດຕໍ່ອີຣານ ຂອງອາເມລິກາ. ໂຄສົກຂອງນາຍົກລັດຖະມົນຕີອັງກິດ ໄດ້ຢືນຢັນຄືນໃໝ່ທັດສະນະຂອງລອນດອນ ທີ່ວ່າ, ຂໍ້ຕົກລົງນິວເຄຼຍກັບອີຣານ ໄດ້ຊ່ວຍໃຫ້ໂລກມີຄວາມປອດໄພກວ່າ ແລະ ຮອດເວລາໃດທີ່ອີຣານ ຍັງປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງ ນັ້ນ, ອັງກິດ ກໍ່ຈະເຄົາລົບຂໍ້ຕົກລົງດັ່ງກ່າວ. ບົນຈິດໃຈນັ້ນ, ລັດຖະບານອັງກິດ ສືບຕໍ່ສະໜັບສະໜູນເລື່ອງເປີດກວ້າງການພົວພັນດ້ານການຄ້າລະຫວ່າງອັງກິດ - ອີຣານ ກໍ່ຄືສົ່ງເສີມບັນດາວິສາຫະກິດອັງກິດ ນຳໃຊ້ບັນດາກາລະໂອກາດດ້ານການຄ້າກັບອີຣານ.

        ວັນທີ 05 ພະຈິກ, ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ຄວາຈວນຢິງ ໄດ້ຕຳໜິຕິຕຽນບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ແນໃສ່ບັນດາຂົງເຂດນ້ຳມັນ ແລະ ການເງິນຂອງອີຣານ.

        ໃນປະຕິກິລິຍາທີ່ກົງກັນຂ້າມ, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໄດ້ຊົມເຊີຍຂໍ້ຕົກລົງຂອງທ່ານປະທານາທິບໍດີ Donald Trump ທີ່ຈັດວາງບັນດາຄຳສັ່ງລົງໂທດຕໍ່ເຕເຮຣານ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ