ປະ​ຊາ​ຄົມ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ ຕວັກ​ກີ ແລະ ຊີ​ຣີ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ

(VOVWORLD) -ບັນດາປະເທດ ອາຣັບ, ລວມມີ ລີບັງ, ສະຫະລັດ ອາຣັບ ເອມມີເລດ (UAE) ແລະ ອີຢິບ, ພວມມານະພະຍາຍາມ ຮ່ວມແຮງຮ່ວມໃຈໜູນຊ່ວຍຜູ້ປະສົບເຄາະຮ້າຍຢູ່ ຊີຣີ ແລະ ຕວັກກີ, ພາຍຫຼັງເກີດແຜ່ນດິນໄຫວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ກໍ່ຜົນເສຍຫາຍທາງດ້ານວັດຖຸເປັນຈຳນວນຫຼາຍ.
ປະ​ຊາ​ຄົມ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ ຕວັກ​ກີ ແລະ ຊີ​ຣີ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ - ảnh 1ກຳລັງກູ້ໄພກູ້ຊີບຢູ່ Kahramanmaras, ຕວັກກີ ໃນວັນທີ 7-2 (ພາບ: Getty Images) 

ກອງທັບ ລີບັງ ໃຫ້ຮູ້ວ່າ ຈະຈັດສົ່ງວິສະວະກອນ 35 ຄົນ ເດີນທາງໄປ ຊີຣີ ແລະ ຕວັກກີ ເພື່ອຊ່ວຍເຫຼືອວຽກງານກູ້ໄພກູ້ຊີບຢູ່ 2 ປະເທດນີ້.

        ລັດຖະບານ UAE ແຈ້ງໃຫ້ຊາບວ່າ ຈະຈັດສົ່ງເຮືອບິນ 7 ລຳ ເພື່ອສົ່ງທິມງານກູ້ໄພກູ້ຊີບ ພ້ອມດ້ວຍອຸປະກອນການແພດເພື່ອໜູນຊ່ວຍບັນດາການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບຢູ່ ຕວັກກີ ແລະ ຊີຣີ. ນອກຈາກນັ້ນແລ້ວ, UAE ຍັງຕັ້ງໂຮງໝໍກາງສະໜາມຢູ່ ຕວັກກີ ເພື່ອຮັບໃຊ້ວຽກງານປິ່ນປົວໃຫ້ແກ່ປະຊາຊົນ.

        ໃນຂະນະນັ້ນ, ອີຢິບ ແຈ້ງໃຫ້ຊາບວ່າ ຈະສົ່ງເຄື່ອງຊ່ວຍເຫຼືອໄປຍັງ ຕວັກກຮີ ແລະ ຊີຣີ ໂດຍດ່ວນ. ພ້ອມກັບບັນດາປະເທດ ອາຣັບ, ຫຼາຍປະເທດໃນໂລກກໍພວມຕັ້ງໜ້າຊ່ວຍເຫຼືອ ຕວັກກີ ແລະ ຊີຣີ ໃນວຽກງານກູ້ໄພ.  

ຕອບກັບ

ຂ່າວ/ບົດ​ອື່ນ