ປະຊາຄົມສາກົນເອົາໃຈໃສ່ເຖິງແຜນການກໍ່ສ້າງແລະພັດທະນາຂອງຫວຽດນາມ

(VOVWORLD) -ຫວຽດນາມ ຮັກສາການກຳນົດທິດສັງຄົມນິຍົມແມ່ນຈະບັນລຸຜົນງານໃໝ່ທາງດ້ານເສດຖະກິດຫຼາຍຢ່າງ.
ປະຊາຄົມສາກົນເອົາໃຈໃສ່ເຖິງແຜນການກໍ່ສ້າງແລະພັດທະນາຂອງຫວຽດນາມ - ảnh 1(ພາບປະກອບ: VTV)

ໃນບົດຕອບສຳພາດທ່ານຫົວໜ້າບັນນາທິການສຳນັກຂ່າວ “ຄວາມຈິງ”, ສະມາຊິກຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນລັດເຊຍ Boris Olegovich Komotsky ໄດ້ຢືນຢັນວ່າ:  ຫວຽດນາມ ຮັກສາການກຳນົດທິດສັງຄົມນິຍົມແມ່ນຈະບັນລຸຜົນງານໃໝ່ທາງດ້ານເສດຖະກິດຫຼາຍຢ່າງ. ນະໂຍບາຍການຕ່າງປະເທດທີ່ມີຄວາມຮັບຜິດຊອບໄດ້ປະກອບສ່ວນສຳຄັນເຂົ້າໃນການເຊື່ອມໂຍງເຂົ້າກັບສາກົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ປົກປັກຮັກສາອະທິປະໄຕ. ທ່ານ Boris Olegovich Komotsky ເຊື່ອໝັ້ນວ່າ, ພັກກອມມູນິດຫວຽດນາມ ຈະປະຕິບັດບັນດາເປົ້າໝາຍທີ່ວາງອອກໃນບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.

        ໜັງສືພິມ Al Ahramonline, ເຊິ່ງແມ່ນອົງການໜັງສືພິມໃຫຍ່ສຸດ ແລະ ເປັນທາງການຂອງອີຢິບ ສະບັບອອກວັນທີ 25 ມັງກອນ, ໄດ້ເອົາລົງບົດຂຽນດ້ວຍຫົວຂໍ້ວ່າ “ຫວຽດນາມ ຈະກາຍເປັນປະເທດປະຊາທິປະໄຕທັນສະໄໝ, ຮັ່ງມີເຂັ້ມແຂງໃນປີ 2045”. ນັກຂ່າວ Kamal Gaballa, ໄດ້ຄັດສະເໜີຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃນນັ້ນຊີ້ແຈ້ງວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະແມ່ນຂີດໝາຍໃໝ່ໃນພາລະກິດແຫ່ງການພັດທະນາຂອງຫວຽດນາມ, ແມ່ນບາດລ້ຽວຢ່າງຮອບດ້ານ, ຄົບຊຸດຂອງວິວັດທະນາການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາຂອງຫວຽດນາມ.

        ທ່ານ Amiad Horowitz, ນັກຂ່າວຂອງໜັງສືພິມ People’s World, ສະມາຊິກພັກກອມມູນິດອາເມລິກາ ເນັ້ນໜັກວ່າ: ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໂລກເຫັນໄດ້ບັນດາຜົນງານທີ່ໜ້າອັດສະຈັນຂອງຫວຽດນາມ, ຫັນຈາກປະເທດທີ່ເຄີຍຖືກແບ່ງແຍກ ແລະ ດ້ອຍພັດທະນາໃຫ້ກາຍເປັນສູນກາງການທູດ ແລະ ເສດຖະກິດນັບມື້ນັບພັດທະນາຄືໃນປະຈຸບັນ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານປະລິນຍາເອກ Alexander Korolev, ໂຮງຮຽນເສດຖະກິດຂັ້ນສູງຖືວ່າ: ຜົນສຳເລັດຂອງຫວຽດນາມ ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19, ການເຕີບໂຕ GDP ປີ 2020 ບັນລຸ 2,9% ນັ້ນ, ເປັນໜຶ່ງໃນຕົວເລກທີ່ໜ້າປະທັບໃຈ ແລະ ສູງທີ່ສຸດໃນໂລກ ໃນຈຸດເວລາເກີດໂລກລະບາດໂຄວິດ-19. ຫວຽດນາມ ມີທ່າສະດວກ ແລະ ກຳລັງແຮງເພື່ອພັດທະນາເສດຖະກິດຢ່າງແຮງກວ່າອີກ ແລະ ຍັງແມ່ນຕະຫຼາດທີ່ດູດດື່ມເພື່ອລົງທຶນ ຍ້ອນພື້ນຖານເສດຖະກິດພວມພັດທະນາ. ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວກໍ່ຍ້ອນການນຳພາຂອງພັກກອມມູນິດຫວຽດນາມ, ການບໍລິຫານຢ່າງຂ້ຽວຂາດ, ມີປະສິດທິຜົນຂອງລັດຖະບານ, ຄວາມເຫັນດີເຫັນພ້ອມສູງຂອງທັງລະບົບການເມືອງ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ