ປະຊາ​ຄົມ​ສາກົນ​ໃຫ້​ຄໍາໝັ້ນສັນຍາໜູນຊ່ວຍ​ບ້ວງເງິນ​ກວ່າ 130 ລ້ານ USD ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກອບ​ກູ້​ເອົາປາ​ແລັດ​ສະຕິ​ນ​ ​ໃນ​ປີ 2020

(VOVWORLD) - ວັນທີ 23 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Safadi  ແລະ ທ່ານລັດຖະມົນຕີກະຊວງຮ່ວມມືພັດທະນາສາກົນປະເທດ ສະວິດ Peter Eriksson ໄດ້ຮ່ວມກັນເປັນປະທານກອງປະຊຸມອອນລາຍ ໃຫ້ຄໍາໝັ້ນສັນຍາຊ່ວຍເຫຼືອການເຄື່ອນໄຫວຂອງ ອົງການກອບກູ້ ແລະ ການກະທໍາຂອງ ສປຊ ໃຫ້ແກ່ຊາວລີ້ໄພ ປາແລັດສະຕິນ ຢູ່ເຂດຕາເວັນອອກໃກ້ (UNRWA) ປີ 2020.
ປະຊາ​ຄົມ​ສາກົນ​ໃຫ້​ຄໍາໝັ້ນສັນຍາໜູນຊ່ວຍ​ບ້ວງເງິນ​ກວ່າ 130 ລ້ານ USD ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກອບ​ກູ້​ເອົາປາ​ແລັດ​ສະຕິ​ນ​ ​ໃນ​ປີ 2020 - ảnh 1ກອງປະຊຸມອອນລາຍ UNRWA ປີ 2020

ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມໄດ້ກ່າວຄໍາເຫັນສະໜັບສະໜູນ ແລະ ໃຫ້ຄໍາໝັ້ນສັນຍາຈະບໍລິຈາກເງິນຈໍານວນ 130 ລ້ານ USD ໃຫ້ແກ່ງົບປະມານ 2020 ຂອງ UNRWA.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ປະກາດບໍລິຈາກເງິນຈໍານວນ 50.000 USD ຂອງຫວຽດນາມ ໃຫ້ແກ່ UNRWA ເພື່ອແນໃສ່ປະກອບສ່ວນໜູນຊ່ວຍຊາວລີ້ໄພ ປາແລັດສະຕິນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ສະແດງໃຫ້ເຫັນຄວາມສາມັກຄີ ແລະ ການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງປະຊາຊົນຫວຽດນາມ ສໍາລັບການຕໍ່ສູ້ທີ່ເປັນທໍາຂອງ ປະຊາຊົນ ປາແລັດສະຕິນ; ຢັ້ງຢືນການສະໜັບສະໜູນມາດຕະການ “ສອງລັດ” ຂອງ ລັດ ປາແລັດສະຕິນ ເອກະລາດ ໃຫ້ຄົງຕົວໄປພ້ອມໆກັນໃນສັນຕິພາບ ກັບ ລັດ ອິດສະຣາແອັນ ຕາມເສັ້ນຊາຍແດນກ່ອນປີ 1967. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ຢຸດຕິບັນດາການນາບຂູ່ໂຮມດິນແດນ ແລະ ເຄົາລົບບັນດາພັນທະທີ່ໄດ້ລະບຸໃນມະຕິເລກທີ 2334 ຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາມະຕິອື່ນໆທີ່ກ່ຽວຂ້ອງ.

ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ