ປະຊາຄົມອາຊຽນສ້າງຕັ້ງໃນປີ2015ແລະຂີດໝາຍການປະກອບສ່ວນຂອງຫວຽດນາມ

ປະຊາຄົມອາຊຽນສ້າງຕັ້ງໃນປີ2015ແລະຂີດໝາຍການປະກອບສ່ວນຂອງຫວຽດນາມ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິງ​ມິງ)


(vovworld) - ເນື່ອງ​ໃນ​ໂອກ​າດ​ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 27 ເຊິ່ງ​​ດຳ​ເນີນຫວ່າງ​ແລ້ວນີ້ ຢູ່​ນະ​ຄອນ​ຫຼວງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ, ດ້ວຍ​ເລື່ອງ​​ປະ​ກາດ​ສ້າງ​ຕັ້ງ ​ ​ປະຊາ​ຄົມ​ອາ​ຊຽນ ໃນ​ວັນ​ທີ 31/12/2015 ຢ່າງ​ເປັນ​ທາງ​ການ. ວັນ​ທີ 29/11, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິງ​ມິງ ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່​່າ “ປະ​ຊ​າ​ຄົມອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 2015 ແລະ ຂີດ​ໝາຍ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ”. ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ວ່າ, ພາຍ​ຫຼັງ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ, ວັນ​ທີ 22/11/2015, ການ​ນຳ​ຂອງ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ໄດ​້​ລົງ​ນາມ​ໃນ​ເອ​ກະ​ສານ​ປະ​ຫວັດ​ສາດ ຖະ​ແຫຼງການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ 2015. ນີ້​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ, ຮັບ​ຮູ້​ໄລ​ຍະ​ທາງ​ແຫ່ງ​ການ​ສູ້​ສົນ​ຢ່າງບໍ່​ຮູ້​ອິດ ຮູ້​ເມື່ອຍ​ຂອງ​ອາ​ຊຽນ, ພ້ອ​ມ​ທັງ​​ກະ​ກຽມ​ພື້ນ​ຖານ, ​ການກຳ​ນົດ​ທິດ ແລະ ຂອບ​ເຂດ​ການ​ເຄື່ອນ​ໄຫວ​ໃຫ້​ອາ​ຊຽນ ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່.

      ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ບິງ​ມິງ ຢັ້ງ​ຢືນ​ວ່າ, ປະ​ຊາ​ຄົມ​ອາ​ຊຽນ 2015 ໄດ້​ຮັບ​ການ​ສ້າງ​ຕັ້ງ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ສຳ​ລັບ​ພາກ​ພື້ນ​ເວົ້າ​ລວມ​ເທົ່າ​ນັ້ນ ຫາກ​ສຳ​ລັບ​ຫວຽດ​ນາມ​ເວົ້າ​ສ​ະ​ເພາະ​ອີກ​ດ້ວຍ, ຄວາມ​ໝາຍ​ດັ່ງ​ກ່າວ​ໄດ້​ທະ​ວີ​ຄູນ​ຂຶ້ນ​ທົບ​ຫຼາຍ​ເທົ່າ ຍ້ອນ​ກົງ​ກັບ​ໂອ​ກາດ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ ຄົບ​ຮອບ 20 ປີ (1995 - 2015). ປະ​ຊາ​ຄົມ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ ຈະ​ນຳ​ອາ​ຊຽນ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ກວ່າ ແລະ ແທດ​ຈິງກວ່າ. ອາ​ຊຽນ ໜຶ່ງ​ທີ່​​ຮ່ວມ​ສຳ​ພັນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວ​າງ, ແນ່ນອນ​ວ່າ ຈະ​ສືບ​ຕໍ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ໃຫຍ່​ຫຼວງ ແລະ ແທດ​ຈິງກວ່າ ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ພາກ​ພື້​ນ​. ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ກຳ​ນົດ​ທິດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບກວ່າ, ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ອະ​ນາ​ຄົດ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ ສາ​ມັກ​ຄີ ແລະ ໝັ້ນ​ຄົງເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ