ປະຊາຄົມໂລກກ່າວປະນາມເຫດການບຸກໂຈມຕີໂຮງຮຽນຢູ່ປາກິດສະຖານ

ປະຊາຄົມໂລກກ່າວປະນາມເຫດການບຸກໂຈມຕີໂຮງຮຽນຢູ່ປາກິດສະຖານ - ảnh 1
ການ​ບຸກ​ໂຈມ​ຕີ​ທີ່​ຮ້າຍ​ແຮງນີ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 132 ຄົນ​ເສຍ​ຊີ​ວິດ
(ພາບ: dantri.com)

(vovworld) – ຕອນ​ບ່າຍ​ວັນ​ທີ 16/12, ຕຳຫຼວດ ປາ​ກິດ​ສະ​ຖານ​ໄດ້​ປະ​ກາດ​ດັບ​ສູນ​ມື​ປືນ​ທັງ​ໝົດ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ເຂົ້າ​ໂຮງ​ຮຽນ​ແຫ່ງ​ໜຶ່ງ​ຢູ່ນະ​ຄອນ Peshawar, ຂຶ້ນ​ກັບ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ປະ​ເທດນີ້.

        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 16/12 (ຕາມເວ​ລາ​ປາ​ກິດ​ສະ​ຖານ), ບັນ​ດາ​ມືປືນ​ໄດ້​ບຸກ​ໂຈມ​ຕີ​ໂຮງ​ຮຽນ​ເມື່ອ​ມີ​ນັກ​ຮຽນ ແລະ ຄູ​ສອນ​ປະ​ມານ 500 ຄົນ​ພວມ​​ຂຶ້ນ​ຫ້ອງ. ການ​ບຸກ​ໂຈມ​ຕີ​ທີ່​ຮ້າຍ​ແຮງນີ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 132 ຄົນ​ເສຍ​ຊີ​ວິດ ແລະ ກ່​ວາ 120 ຄົນ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ນັກ​ຮຽນ. ພາຍຫຼັງ​ໄດ​້​ຮັບ​ຂ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ Nawar Sharif ໄດ້​ເດີນ​ທາງ​ເຖິງ Peshawar ໃນ​ທັນ​ທີ​ເພື່ອ​ຊີ້​ນຳ​ວຽກ​ງານ​ກູ້​ໄພ​ກູ້​ຊີບ ແລະ ຖະ​ແຫຼງໄວ້​ທ​ຸກ​ລະ​ດັບ​ຊາດ​ໃນ​ເວ​ລາ 3 ວັນ. ເຫດ​ການ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຫຼາຍ​ຈາກ​ຫາງ​ສຽງ​ສາ​ກົນ. ທ່ານ​ປະ​ທ​ນາ​ທິ​ບໍ​ດີ ປາ​ກິດ​ສະ​ຖານ Mamnoon Hussain ຖະ​ແຫຼງ​ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ຢ່າງ​ແຮງ. ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narenda Modi, ປ​ະ​ທາ​ນາ​ທິ​ບໍ​ດີ ຟິ​ລິບ​ປິນ Benigno Aquino 3 ກໍ່​ໄດ​້​ກ່າວ​ປະ​ນາມ​ການ​ກະ​ທຳ​ຄາດ​ຕະ​ກຳ​ຂອງ​ພວກກໍ່​ການ​ຮ້າຍ​ດັ່ງ​ກ່​າວ.


ຂ່າວ/ບົດ​ອື່ນ