ປະຊາຄົມໂລກຕີລາຄາສູງ ເລື່ອງຫວຽດນາມປະຕິ ບັດການໃຊ້ຈ່າຍຢ່າງ ໂປ່ງໃສ

ປະຊາຄົມໂລກຕີລາຄາສູງ ເລື່ອງຫວຽດນາມປະຕິ ບັດການໃຊ້ຈ່າຍຢ່າງ ໂປ່ງໃສ - ảnh 1
ກິດຈະກຳຄົມມະນາຄົມທີ່ນຳໃຊ້ທຶນ ODA ຈາກຍີ່ປູ່ນ
(ພາບ: ສຳນັກຂ່າວສານຫວຽນາມ)

(vovworld) – ວັນ​ທີ 28/3, ຢູ່​ຮ່າ​ໂນ້ຍ, ຜູ້ຕາງໜ້າ​ສະຫະ​ປະຊາ​ຊາດ, ຄະນະ​ກຳມະການ​ເອີ​ລົບ, ບັນດາ​ລັດຖະບານ​ສະມາຊິກ ສະຫະພາບ​ເອີ​ລົບ (ຫຼື EU) ​ແລະ ລັດຖະບານຫວຽດນາມ ​ໄດ້​ລົງ​ນາມ​ເອກະສານ​​ແນະນຳສະບັບ​ໃໝ່​ກ່ຽວ​ກັບ​ການ​ນຳ​ໃຊ້​ບັນຊີລາຍ​ຊື່​ມາດຖານ​​ບ້ວງ​ລາຍ​ຈ່າຍຕ່າງໆ​ພາຍ​ໃນ​ປະ​ເທດ​ຂອງ​ບັນດາ​ໂຄງ​ການ ODA ຢູ່​ຫວຽດນາມ - ສະບັບ​ຫລ້າ​ສຸດ​ປີ 2012. ​ເອກະສານ “​ມາດຖານ​​ໃຊ້​ຈ່າຍ​ຂອງ​ສະຫະ​ປະຊາ​ຊາດ ​ແລະ EU” ສະບັບ​ຫຼ້າ​ສຸດ​ປີ 2012 ຈະ​ສ້າງ​ພື້ນຖານ​ເພື່ອ​ຄຸ້ມ​ຄອງ​ທຶນ​ຊ່ວຍ​​ເຫຼືອພັດທະນາ​ຢ່າງ​ກະຈ່າງ​ແຈ້ງ ​ແລະ ​ໂປ່​ງ​ໃສ​ຢູ່​ຫວຽດນາມ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຊ່ວຍ​ເຫຼືອ​ໃນ​ຂົງ​ເຂດ​ຖະ​ແຫຼ​ງການ​ຮ່າ​ໂນ້ຍ ​ກ່ຽວ​ກັບ​ປະສິດ​ທິຜົນ​ການ​​ຊ່ວຍ​ເຫຼືອ.

ທີ່​ພິທີ​ລົງ​ນາມ, ທ່ານ Andris Piebalgs, ຂ້າ​ຫຼວງ​ໃຫຍ່​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ​ໃນ​ການ​ປະຕິບັດ​ການ​ໃຊ້​ຈ່າຍ​ຢ່າງ​ກະຈ່າງ​ແຈ້ງໂປ່​ງ​ໃສ. ມາດຖານ​ໃຊ້​ຈ່າຍ​ຢ່າງລະອຽດ​ນີ້​ຈະ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ລວມລະຫວ່າງ​ຝ່າຍ​ຕ່າງ​ໆ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ທີ່ໄດ້​ຮັບ​ການ​ຊົມ​ໃຊ້ບັນດາ​ໂຄງການ​​ຊ່ວຍ​ເຫຼືອຂອງ​ສະຫະ​ປະຊາ​ຊາດ ​ແລະ EU, ຊ່ວຍ​ປະຊາຊົນ​ຫວຽດນາມ​ສາມາດ​ຕິດຕາມ​ກວດກາ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ພັດທະນາ.

ຂ່າວ/ບົດ​ອື່ນ