ປະຊາຄົມໂລກມານະພະຍາຍາມຢຸດຕິຄວາມເຄັ່ງຕຶງຢູ່ຢູແກຼນ

ປະຊາຄົມໂລກມານະພະຍາຍາມຢຸດຕິຄວາມເຄັ່ງຕຶງຢູ່ຢູແກຼນ - ảnh 1
ຜູ້ແຫ່ຂະບວນປະທ້ວງໄດ້ປະກອບອາວຸດຢູານະຄອນ Donetsk
(ພາບ: AFP/TTXVN)

(vovworld) – ວັນ​ທີ 2/7, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel, ຢືນຢັນ​ວ່າ: ປະ​ເທດ​ນີ້​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ໃນ​ການ​ຊອກ​ຫາ​ມາດ​ຕະການ​ທາງ​ກາ​ນທູດ ​​ເພື່ອ​ແກ້​ໄຂ​ວິ​ກິດ​ການ​​ຢູ່ ຢູ​ແກຼນ ໃນ​ປະຈຸ​ບັນ. ຖະ​ແຫຼ​ງການ​ຂອງ​ທ່ານ​ນາງ Merkel ​ໄດ້​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ທ່ານ​ເລຂາທິການ​​ໃຫຍ່  NATO Anders Fogh Rasmussen. ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ ເສຍດາຍ​ຕໍ່​ເລື່ອງ​ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko ປະກາດທີ່​​ແກ່ຍາວ​ເປັນ​ເວລາ 10 ວັນ​ຜ່ານ​ມາບໍ່ທັນບັນລຸ​​ໄດ້​ປະສິດທິ​ຜົນ​ທີ່​ຈຳ​ເປັນ​ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້, ທ່ານ​ນາງ​ຢືນຢັນ​ວ່າ​ຈະ​ຊອກ​ຫາ​ບັນດາ​ມາດ​ຕະການ​ທາງ​ການ​ທູດ​​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຢູ​ແກຼນ ​ໃນ​ຂະນະ​ທີ່​ຍັງ​ມີຄວາມ​ສາມາ​ດລົງ​​ໂທດ ລັດ​ເຊຍ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກ່ອນ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ, ຝຣັ່ງ, ຢູ​ແກຼນ ຢູ່​ນະຄອນຫຼວງ ​Berlin, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank – Walter Steinmeier ຢືນຢັນ​ວ່າ: ຄຳ​ສັ່ງ​ຢຸດ​ຍິງ​ຢ່າງແທ້​ຈິງ​ແມ່ນ​ເງື່ອນ​ໄຂ​ເພື່ອ​ເລີ່​ມຕົ້ນ​ບັນດາ​ການ​ເຈລະຈາ ​ແລະ ​ເລື່ອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລະ ຢູ​ແກຼນ ​ເຫັນ​ດີ​ເຫັນ​ພ້ອມ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢູ່ Berlin ​ແມ່ນ “ສັນຍານ​ສຳຄັນ”, ບັນດາ​ຝ່າຍ​ຕ້ອງ​ກຳ​ແໜ້ນ​ໂອກາດ​ນີ້​ເພື່ອ​ແນ​ໃສ່​ສະກັດ​ກັ້ນບໍ່​ໃຫ້​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ປີນ​ຂັ້ນ​ໄດ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ.

 


ຂ່າວ/ບົດ​ອື່ນ