ປະຊາຄົມໂລກສືບຕໍ່ກ່າວປະນາມການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ

ປະຊາຄົມໂລກສືບຕໍ່ກ່າວປະນາມການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ - ảnh 1
ນັກ​ຊ່ຽວຊານ​ຂັ້ນ​ສູງ​ສະ​ຖາ​ບັນ​ຄົ້ນຄວ້າ​ຝ່າຍຕາ​ເວັນ​ອອກ ທ່ານ Dmitry Mosyakov
(ພາບ: doisongphapluat.com)


(vovworld) –  ວັນ​ທີ 11/05, ທ່ານ Vladimir Kolotov, ຢູ່ມະຫາວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Saint Petersburg (ລັດ​ເຊຍ) ​ໄດ້​ເນັ້ນ​ໜັກ​ວ່າການ​ແຜ່ອຳນາດ​ຂອງ​ຈີນ ຢູ່​ບັນດາໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ພວມ​ກໍ່​ຄວາມ​ເຄັ່ງ​ຕຶງ, ​ເຮັດ​​ໃຫ້ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈໃນ​ພາກ​ພື້ນ. ນັກ​ຊ່ຽວຊານ​ຂັ້ນ​ສູງ​ສະ​ຖາ​ບັນ​ຄົ້ນຄວ້າ​ຝ່າຍຕາ​ເວັນ​ອອກ (ລັດ​ເຊຍ) ທ່ານ Dmitry Mosyakov ຢືນຢັນ​ວ່າ ການ​ກະທຳ​ຂອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ເຂົ້າ​ເຂດ​ທະ​ເລ​ຂອງຫວຽດນາມ ​ແມ່ນ​ອັນຕະລາຍ, ບໍ່​ພຽງ​ແຕ່​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ທຳລາຍ​ບັນດ​າຄວາມ​ມານະ​ພະຍາຍາມ ​ແລະ ​ແຜນການ​ເພື່ອ​ແນ​ໃສ່​ສ້າງສາ​ຍພົວພັນ​ຮ່ວມ​ມືມິດຕະພາບ​ຈີນ - ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ​ຈີນ ກັບ​ບັນດາ​ປະ​ເທດ​ອື່ນໆ​ເວົ້າ​ລວມ​ອີກ​ດ້ວຍ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ ອົດ​ຕາ​ລີ ກໍ່ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ລະ​ງັບ​ໃຈ ​ແລະ ຢຸດຕິການ​ກະທຳ​ຕ່າງໆ​ທີ່ເຮັດ​​ໃຫ້ສະພາບເຄັ່ງ​ຕຶງ​​ຂຶ້ນຕື່ມ.

ຂ່າວ/ບົດ​ອື່ນ