ປະຊາຄົມໂລກໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ15ຕື້USDໃຫ້ແກ່ອາບການິສະຖານ

ປະຊາຄົມໂລກໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ15ຕື້USDໃຫ້ແກ່ອາບການິສະຖານ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈັດ​ຂຶ້ນ​ໃນ​ວັນ​ທີ 5/10
ພາບ:EPA/TTXVN

(vovworld)-  ​ວັນ​ທີ 5/10, ກອງ​ປະ​ຊຸມ​ບັນ​ດາ​ນັກ​ອຸ​ປະ​ຖຳ​ສາ​ກົນ ຈັດ​ຂຶ້ນ​ຢູ່ ບ​ຣຸກ​ແຊນ ປະ​ເທດ​ແບນ​ຊີກ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 75 ປະ​ເທດ ແລະ 26 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ອຸ​ປະ​ຖຳ​ໃຫ້​ແກ່ ອາບ​ກາ​ນິ​ສະ​ຖານ​ຈຳ​ນວນ​ເງິນ 13,6 ຕື້ ເອີ​ໂຣ (ປະ​ມານ 15,2 ຕື້ USD) ໃນ​ໄລ​ຍະ ແຕ່​ປີ 2017- 2020. ນີ້​ແມ່ນ​ລະ​ດັບ​ອຸ​ປະ​ຖຳ​ຫລາຍ​ພໍ​ສົມ​ຄວນ​ໃນ​ສະ​ພາບ​ການ​ບັນ​ດາ​ແຫລ່ງ​ອຸ​ປະ​ຖຳ​ພວມ​ຊຸດ​ໂຊມ ຍ້ອນ​ສົງ​ຄາມ​ຢູ່ ຊີ​ຣີ. ຄາດ​ໝາຍ​ລວມ​ຂອງກອງ​ປະ​ຊຸມ​ ແມ່ນ​ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ປ​ະ​ຊາ​ຄົມ​ໂລກ​ທີ່​ສະ​ຫງວນ​ໃຫ້​ແກ່​ກິດ​ຈະ​ກຳ​ການປະ​ຕິ​ຮ​ູບ​ຂອງ​ ອາບ​ກາ​ນິ​ສະ​ຖານ ພ້ອມ​ທັງ​ຮັບ​ປະ​ກັນ​ການ​ຫນູນ​ຊ່ວຍ​ຢ່າງ​ລຽນ​ຕິດ​ກ່ຽວ​ກັບ​ດ້ານ​ການ​ເມືອງ ​ແລະ ການ​ເງິນເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ, ສະ​ຖຽນ​ລະ​ພາບ​ດ້ານເສດ​ຖະ​ກິດ ແລະ ວິ​ວັດ​ການ​ກໍ່​ສ້າງ​ລັດ ອາບ​ກາ​ນິ​ສະ​ຖານ ໃນ​ຮອບ​ເວ​ລາ 4 ປີ​ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ