ປະຊາຄົມໂລກໝັ້ນໝາຍສະຫງວນຈຳນວນເງິນເກືອບ 500 ລ້ານ USD ໃຫ້ແກ່ Mali

ປະຊາຄົມໂລກໝັ້ນໝາຍສະຫງວນຈຳນວນເງິນເກືອບ 500 ລ້ານ USD ໃຫ້ແກ່ Mali - ảnh 1
ສະພາບການຢູ່ Mali
ພາບ: internet


(vovworld) - ວັນ​ທີ 29/1, ທີ່​ກອງ​ປະຊຸມ​ອຸປະຖຳ​ສາກົນ​ສະຫງວນ​ໃຫ້​ແກ່ Mali ຢູ່ ນະຄອນຫລວງ Addis Ababa ຂອງ  Ethiopia, ບັນດາ​ການ​ນຳ ອາ​ຟຼິກາ ​ແລະ ​ເຈົ້າ​ຫນ້າ​ທີ່​ສາກົນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສະຫງວນ​ຈຳ​ນວນ​ເງິນ​ເກືອບ 500 ລ້ານ USD ​ໃຫ້​ແກ່​ບັນດາ​ບັ້ນ​ການ​ທະຫານ ​ເພື່ອ​ລົບ​ລ້າງ​ບັນດາ​ມື​ປືນ​ອິດສະ​ລາມ​ຢູ່ ພາກ​ເຫນືອ Mali ​ແລະ ຫນູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ນີ້. ​ໃນ​ຂະນະ​ນັ້ນ, ນຳ​ຫນ້າ​ແມ່ນ​ປະ​ເທດ​ຍີ່​ປຸ່ນ ດ້ວຍ​ຈຳນວນ​ເງິນ​ປະກອບສ່ວນ​ແມ່ນກວ່າ 120 ລ້ານ USD, ຢືນ​ອັນ​ດັບ​ສອງ​ແມ່ນ ອາ​ເມ​ລິ​ກາ ດ້ວຍ 96 ລ້ານ USD. ບັນດາ​ຄຳ​ໝັ້ນ​ໝາຍ​ດັ່ງກ່າວ​ຍັງ​ບໍ່​ທັນ​ບັນລຸ​ຕົວ​ເລກ 960 ລ້ານ USD ຊຶ່ງ​ສະຫະພາບ ອາ​ຟຼິກາ (AU) ຖື​ວ່າ​ແມ່ນ​ຄວາມ​ຈຳ​ເປັນ​ສຳລັບ Mali ລວມມີ 460 ລ້ານ USD ​ໃຫ້​ແກ່​ຄະນະ​ຜູ້ຕາງຫນ້າ​ຂອງ ປະຊາ​ຄົມ​​ເສດຖະກິດ​ບັນດາ​ປະ​ເທດ ອາ​ຟຼິກາ​ຕາ​ເວັນ​ຕົກ (ECOWAS) ຢູ່ Mali ​ໃນ​ປີ​ຫນຶ່ງ ​ແລະ 356 ລ້ານ USD ​ໃຫ້​ແກ່​ກອງທັບ Mali. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ປະທານາທິບໍດີ Cote Divoire Alassane Ouattara ປະ​ທານ​ ECOWAS ຖື​ວ່າ ສິ່ງ​ສຳຄັນ​ຕ້ອງ​ປ່ອຍ​ບ້ວງ​​ເງິນ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປີ​ນີ້ Mali ຈະ​ມີ​ຈຳນວນ​ເງິນ​ທີ່​ຕ້ອງການ.

 

 

ຂ່າວ/ບົດ​ອື່ນ