ປະ​ຊາ​ຊົນ ຈີນ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຢ່າງ​ເບີ​ກ​ບານ​ມ່ວນ​ຊື່ນ

(VOVWORLD) - ໂດຍເຈືອຈານກັບບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ 2024, ວັນທີ 9 ກຸມພາ, ທົ່ວປະເທດຈີນ ໄດ້ຈັດກິດຈະກຳຕ່າງໆຕ້ອນຮັບບຸນປີໃໝ່ຕາມຈັນທະປະຕິທິນ. 
ປະ​ຊາ​ຊົນ ຈີນ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຢ່າງ​ເບີ​ກ​ບານ​ມ່ວນ​ຊື່ນ - ảnh 1ຖະໜົນຫົນທາງຢູ່ ຈີນໄດ້ປະດັບປະດາ ດ້ວຍໂຄມໄຟທີ່ຫຼາກຫຼາຍສີສັນ (ພາບ: Chinanews)

ໂດຍເຈືອຈານກັບບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ 2024, ວັນທີ 9 ກຸມພາ, ທົ່ວປະເທດຈີນ ໄດ້ຈັດກິດຈະກຳຕ່າງໆຕ້ອນຮັບບຸນປີໃໝ່ຕາມຈັນທະປະຕິທິນ, ໃນນັ້ນ ແມ່ນຄ່ຳຄືນສະແດງສິລະປະປະຈຳປີດ້ວຍຂອບຂະໜາດໃຫຍ່ ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ ປັກກິ່ງ ແລະ ແກ່ຍາວຈົນຮອດຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ເຫດການດັ່ງກ່າວ ໂດຍກຸ່ມບໍລິສັດສື່ມວນຊົນ ຈີນ ຈັດຂຶ້ນ ດ້ວຍບັນດາລາຍການສະແດງສິລະປະທີ່ໄດ້ກະກຽມ, ລົງທຶນຢ່າງພິຖິທິຖັນ, ເຕົ້າໂຮມການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຫຼາຍຄົນ. ໄປຄຽງຄູ່ກັນນັ້ນ ກໍຕ້ອງເວົ້າເຖິງລາຍການສະແດງການເຕັ້ນ ສົມທົບກັບການຕີມວຍທີ່ເປັນມູນເຊື້ອຂອງ ຈີນ ອີກດ້ວຍ.  


ຕອບກັບ

ຂ່າວ/ບົດ​ອື່ນ