ປະຊາຊົນ ຫວຽດນາມ ມີຄວາມເບີກບານມ່ວນຊື່ນທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ

(VOVWORLD) - ປະຊາຊົນນັບຮ້ອຍຄົນໄດ້ຢືນລຽນແຖວຢູ່ສອງຟາກທາງໃນຖະໜົນສາຍຕົ້ນຕໍຢູ່ນະຄອນ ດ້ຽນບຽນຝູ ເພື່ອຕ້ອນຮັບ ແລະ ຊົມກ້ອນກຳລັງເດີນຂະບວນ, ສວນສະໜາມດ້ວຍຂອບຂະໜາດໃຫຍ່ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ.
ປະຊາຊົນ ຫວຽດນາມ ມີຄວາມເບີກບານມ່ວນຊື່ນທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ - ảnh 1ທ່ານ Patrick Coulombel, ນັກສະຖາປານິກຊາວ ຝລັ່ງ ແລະ ລູກສາວ
(ພາບ:Quang Dũng/VOV5)


ແຕ່ເຊົ້າວັນທີ 7 ພຶດສະພາ, ປະຊາຊົນນັບຮ້ອຍຄົນໄດ້ຢືນລຽນແຖວຢູ່ສອງຟາກທາງໃນຖະໜົນສາຍຕົ້ນຕໍຢູ່ນະຄອນ ດ້ຽນບຽນຝູ ເພື່ອຕ້ອນຮັບ ແລະ ຊົມກ້ອນກຳລັງເດີນຂະບວນ, ສວນສະໜາມດ້ວຍຂອບຂະໜາດໃຫຍ່ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ. ປ້າ ມາຍທິຍ່ານ, ມາຈາກແຂວງ ແທັງຮ໋ວາ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ, ເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈຫຼາຍ. ຕອນເຊົ້າມື້ນີ້, ພວກຂ້າພະເຈົ້າໄດ້ຕື່ນແຕ່ 4 ໂມງເຊົ້າເພື່ອໄປເບິ່ງພິທີສວນສະໜາມ. ເຖິງວ່າຊາວກະສິກອນຄາວຽກຫຼາຍ ແຕ່ພວກຂ້າພະເຈົ້າກໍ່ໄດ້ຢຸດວຽກໄວ້ກ່ອນເພື່ອໄປເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ”.

        ສ່ວນທ່ານ Patrick Coulombel, ນັກສະຖາປານິກຊາວ ຝລັ່ງ, ແບ່ງປັນວ່າ: ພໍ່ຂອງທ່ານເປັນອະດີດນັກຮົບທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ດ້ຽນບຽນຝູ. ນີ້ແມ່ນຄັ້ງທີ 3 ທີ່ທ່ານໄດ້ມາດ້ຽນບຽນຝູ:

        “ທຸກສິ່ງທຸກຢ່າງໃນພິທີສະເຫຼີມສະຫຼອງແມ່ນຈັດດ້ວຍຂະໜາດໃຫຍ່ ແລະ ແຕ່ລະເທື່ອທີ່ໄດ້ກັບຄືນມາດ້ຽນບຽນຝູ, ຂ້າພະເຈົ້າລ້ວນແຕ່ເຫັນໄດ້ສິ່ງໃໝ່ໆຢູ່ທີ່ນີ້. ຂ້າພະເຈົ້າເຫັນວ່າ ປະຊາຊົນ ຫວຽດນາມ ເອົາໃຈໃສ່ເຖິງແງ່ມູມຄວາມຊົງຈຳ, ບັນຫານີ້ສຳຄັນທີ່ສຸດ. ອີກບັນຫາໜຶ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ ແມ່ນໄດ້ເຫັນປະຈັກຕາ ຫວຽດນາມ ພວມບືນຕົວຂຶ້ນປະຊາຊົນ ມີຊີວິດອິ່ມໜຳສຳລານສົມບູນພູນສຸກ, ສິ່ງນີ້ໄດ້ສ້າງຄວາມປະຕິຊົມຊື່ນຫຼາຍ”.

 

ຕອບກັບ

ຂ່າວ/ບົດ​ອື່ນ