ປະຊາຊົນຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

(VOVWORLD) - ພາຍຫຼັງເຮັດວຽກມາເປັນເວລາ 6 ວັນ, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອັດລົງໃນວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ. 
ປະຊາຊົນຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ - ảnh 1ກອງປະຊຸມສູນກາງຄັ້ງທີ 12 


ປະຊາຊົນທົ່ວປະເທດມີຄວາມສົນໃຈ, ຕີລາຄາສູງໝາກຜົນຂອງກອງປະຊຸມ, ເຊື່ອໝັ້ນວ່າບັນດາລັດຖະນະໂຍບາຍຂອງກອງປະຊຸມນີ້ຈະປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ. ທ່ານ ຟ້າມຢູຍງວຽນ, ຢູ່ຮ່າໂນ້ຍ ຖືວ່າ:

“ການສົ່ງເສີມບັນດາພາກສ່ວນເສດຖະກິດພາກເອກະຊົນພັດທະນາ, ພວກຂ້າພະເຈົ້າເຫັນວ່າ ນັ້ນແມ່ນການກຳນົດທິດຢ່າງຖືກຕ້ອງຂອງພັກ. ພວກເຮົາຄວນປະຕິບັດການຕິດຕາມກວດກາ, ການບໍລິຫານໃຫ້ດີກ່ວາອີກ. ພວກເຮົາຄວນສູ້ຊົນເພື່ອໃຫ້ບັນດາມະຕິ, ເສັ້ນທາງກຳນົດທິດໄດ້ຮັບການປະຕິບັດໃນທົ່ວປວງຊົນເປັນຢ່າງດີກ່ວາ.”

ສ່ວນສະມາຊິກພັກ ຟານງອັກເລິມ, ຢູ່ນະຄອນ ລາຍເຈົາ ຖືວ່າ:

“ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກ ຄັ້ງນີ້ໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງແທ້ຈິງ, ພິເສດແມ່ນວຽກງານກວດກາ, ຕິດຕາມກວດກາ, ການປັບໄໝລົງໂທດພະນັກງານຜູ້ທີ່ລະເມີດ. ພວກຂ້າພະເຈົ້າຖືວ່າ: ຖ້າຫາກພັກມີທັດສະນະສະເໝີຕົ້ນສະເໝີປາຍ ປະຕິບັດການຄັດເລືອກພະນັກງານ ປັບໄໝລົງໂທດ, ແກ້ໄຂບັນດາກໍລະນີພະນັກງານລະເມີດຢ່າງເຂັ້ມງວດນັ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກຈະນັບມື້ນັບໝັ້ນຄົງໜັກແໜ້ນກ່ວາ.”


ຕອບກັບ

ຂ່າວ/ບົດ​ອື່ນ