ປະຊາຊົນນັບພັນຄົນ ແຫ່ຂະບວນປະທ້ວງຄັດຄ້ານປະທານາທິບໍດີ ຝະຣັ່ງ ຢູ່ນະຄອນຫລວງ ປາຣີ

(VOVWORLD) - ວັນທີ 05 ພຶດສະພາ, ປະຊາຊົນນັບພັນຄົນໄດ້ແຫ່ຂະບວນປະທ້ວງຢູ່ໃຈກາງນະຄອນຫລວງ ປາຣີ ແນໃສ່ຄັດຄ້ານບັນດາແຜນການປະຕິຮູບຂອງທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron.
ປະຊາຊົນນັບພັນຄົນ ແຫ່ຂະບວນປະທ້ວງຄັດຄ້ານປະທານາທິບໍດີ ຝະຣັ່ງ ຢູ່ນະຄອນຫລວງ ປາຣີ  - ảnh 1 (ພາບປະກອບ/AFP)

ພາລະກອນປ້ອງກັນຄວາມສະຫງົບປະມານ 2000 ຄົນ, ໃນນັ້ນມີຕຳຫລວດຕ້ານການຈະລາຈົນໄດ້ຮັບການຜັນຂະຫຍາຍໃນຂະນະທີ່ບັນດາຜູ້ແຫ່ຂະບວນປະທ້ວງເຕົ້າໂຮມກັນຢູ່ສະໜາມຫລວງ Opera ແນໃສ່ດຳເນີນການປະທ້ວງຄັດຄ້ານການນຳ ຝະຣັ່ງ ພາຍຫລັງທ່ານຂຶ້ນກຳອຳນາດເປັນເວລາ 1 ປີ. ບັນດາການແຫ່ຂະບວນປະທ້ວງກໍ່ໄດ້ດຳເນີນຢູ່ບັນດານະຄອນ Toulouse ແລະ Bordeaux ດ້ວຍຂອບຂະໜາດນ້ອຍກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ