ປະ​ຊາ​ຊົນມີ​ຄວາມເຊື່ອ​ໝັ້ນ ແລະ ຄາດ​ຫວັງ​ຕໍ່​ກອ​ງ​ປະ​ຊ​ຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກອ​ມ​ມູ​ນິດ ຫວຽດ​ນາມ

(VOVWORLD) -ທີ່ກອງປະຊຸມຄັ້ງທີ 14 ຂອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງຈັດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແຕ່ວັນທີ 25 ມັງກອນ 2020 – 2 ກຸມພາ 2021 ຢູ່ນະຄອນຫຼວງຮ່າໂນ້ຍ
ປະ​ຊາ​ຊົນມີ​ຄວາມເຊື່ອ​ໝັ້ນ ແລະ ຄາດ​ຫວັງ​ຕໍ່​ກອ​ງ​ປະ​ຊ​ຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກອ​ມ​ມູ​ນິດ ຫວຽດ​ນາມ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຈະດຳເນີນ ແຕ່ວັນທີ 25 ມັງກອນ 2020 – 2 ກຸມພາ 2021 ຢູ່ນະຄອນຫຼວງຮ່າໂນ້ຍ (ພາບ: thuonghieucongluan.com.vn)

ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດພວມມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍຄວາມເຊື່ອໝັ້ນ ແລະ ຄາດຫວັງກ່ຽວກັບບັນດາການກຳນົດທິດ, ລັດຖະນະໂຍບາຍທີ່ຖືກຕ້ອງ ສ້າງບາດກ້າວບຸກທະລຸໃຫ້ການພັດທະນາຂອງປະເທດຊາດໃນອາຍຸການຈະມາເຖິງ, ທ່ານ ນາງຮອງສາດສະດາຈານ, ປ.ອ ດັ້ງກິມວຸຍ, ອະດີດອຳນວຍການ ມະຫາວິທະຍາໄລ ທ໊າຍງວຽນເນັ້ນໜັ້ກວ່າ:

        ເອກະສານໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ໄດ້ຮັບການປະກອບສ່ວນຈາກຫຼາຍພາກສ່ວນ. ການຄັດເລືອກບຸກຄະລາກອນໃນຄັ້ງນີ້ໄດ້ປະຕິບັດ ຕາມມະຕິເລກທີ 35 ຂອງກົມການເມືອງຢ່າງມີແບບມີແຜນກ່ວາ ແລະ ໄດ້ດຳເນີນສ້າງ ແຜນຮ່າງພົນລະເຮືອນຕາມ 5 ຂັ້ນຕອນ ແລະ ປະຊາຊົນ, ມະຫາຊົນກໍ່ມີຄວາມເຊື່ອໝັ້ນຕໍ່ການກະກຽມຢ່າງລະອຽດລະອໍ ແລະ ມີແບບມີແຜນຄືແນວນີ້, ນັ້ນແມ່ນບັນດາປັດໄຈຕັດສິນຊີ້ຂາດຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ