ປະຊາຊົນລັດເຊຍ ລົງຖະໜົນຊົມເຊີຍໝາກຜົນ ຂອງການເລືອກຕັ້ງປະທານາທິບໍດີ

ປະຊາຊົນລັດເຊຍ ລົງຖະໜົນຊົມເຊີຍໝາກຜົນ ຂອງການເລືອກຕັ້ງປະທານາທິບໍດີ - ảnh 1

( ປະຊາຊົນ​ລັດ​ເຊຍ ຊົນ​ເຊີຍ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ )

( vovworld ) - ​ໂດຍ​ສືບ​ຕໍ່​ງານ​ໂຮມ​ຊຸມ​ນຸມ ​ແລະ ງານ​ລາຕີ​ຊົມ​ເຊີຍ​ຜູ້​ອອກ​ສະ​ໜັກ​ຮັບ​ເລືອກ​ຕັ້ງ​ທັງ​ເປັນ​ນາຍົກລັດຖະມົນຕີ V.Putin ​ໄດ້​ຮັບ​ການ​ເລືອກ​ຕັ້ງເປັນ​ປະທານາທິບໍດີ, ​ຢູ່ທ້ອງ​ຖິ່ນຕ່າງໆ​ຂອງ​ລັດ​ເຊຍ ​ໄດ້​ຈັດພິທີ​ລົງ​ຖະໜົນ​ເພື່ອ​ສະຫຼອງໄຊຊະນະ. ວັນ​ທີ 5/3, ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ​ໄດ້​ດຳ​ເນີນງານ​ໂຮມ​ຊຸມ​ນຸມສະໜັບສະໜູນ​ທ່ານ Putin. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່ Vladivostok ​ແລະ ​ນະຄອນ​ຕ່າງໆ​ເຂດ Sibir ​ໄດ້​ດຳ​ເນີນງານ​ໂຮມ​ຊຸມ​ນຸມ, ສະ​ແດງ​ດົນຕີ ​ແລະ ຍິງ​ບັ້ງ​ໄພ​ດອກຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ການ​ເລືອ​ກຕັ້ງປະທານາທິບໍດີ. ​ໃນ​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 5/3, ກຸ່ມ​ນັກ​ສັງ​ເກດ​ການ​​ເອກະລາດສາກົນ​ໄດ້​ຢືນຢັນ​ວ່າ ລັດ​ເຊຍ​​ເຄົາລົບ​ບັນດາ​ຫຼັກການ​ເລືອກ​ຕັ້ງ​ຢ່າງ​ເປີດ​ເຜີຍ, ຍຸດຕິ​ທຳ ​ແລະ ກະຈ່າ​ງ​ແຈ້ງ, ​​ສອດຄ່ອງ​ກັບ​ມາດຕະຖານ​ສາກົນ. ການ​ນຳ​ຫຼາຍ​ປະ​ເທດ​ຢູ່ໂລກ, ​ໃນ​ນັ້ນ​ມີ​ຈີນ, ຍີ່ປຸ່ນ, Armenia ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ Putin.

ຂ່າວ/ບົດ​ອື່ນ