ປະຊາຊົນສ.ເກົາຫຼີ ສືບຕໍ່ແຫ່ຂະບວນປະທ້ວງຮຽກຮ້ອງພິຈາລະນາໂທດປະທານາທິບໍດີ

ປະຊາຊົນສ.ເກົາຫຼີ ສືບຕໍ່ແຫ່ຂະບວນປະທ້ວງຮຽກຮ້ອງພິຈາລະນາໂທດປະທານາທິບໍດີ - ảnh 1
ປະ​ຊາ​ຊົນ​ສ.ເກົ​າ​ຫຼີ ສືບ​ຕໍ່​ແຫ່​ຂະ​ບວນ​​ປະ​ທ້ວງ
ຮ​ຽກ​ຮ້ອງພິ​ຈາ​ລະ​ນາ​ໂທດ​ປະ​ທາ​ນາ​ທິ​ບໍ​ດີ
(ພາບ: AFP/TTXVN)


(vovworld) - ​ວັນ​ທີ 11/02, ປະ​ຊາ​ຊົນ​ສ.ເກົາ​ຫຼີ ນັບ​ພັນ​ຄົນ ໄດ້​ສື​ບ​ຕໍ່​ແຫ່​ຂະ​ບ​ວນ​ປະ​ທ້ວງ​ຢູ່ສະ​ໜາມ​ຫຼວງ Gwanghwamun ຢູ່​ນະ​ຄອນ​ຫຼວງ ເຊີ​ອູນ ຮ​ຽກ​ຮ້ອງ​ກາ​ນ​​ພິ​ຈາ​ລະ​ນາ​ໂທດ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ໂດຍ​ໄວ. ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ໄດ້​​ຈັບ​ທຽນ, ຍົກ​ປ້າຍ​ຄຳ​ຂວັນ ແລະ ຮ້ອງ​ໂຮ​ຮຽກ​ຮ້ອງ​ພິ​ຈາ​ລະ​ນາ​ໂທດ​ປະ​ທາ​ນາ​ທິ​ບໍ​ດີ​ໂດຍ​ທັນ​ທີ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ໃນ​ຈຳ​ນວນ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຍັງ​ມີ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຫຼາຍ​ທ່ານ ແລະ ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ພວມ​​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

        ນັບ​ແຕ່​​ເມື່ອເກີ​ດ​ຄວາມ​ສັບ​ສົນ​ດ້ານການ​ເມືອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ ຖືກ​ສື່ມວນ​ຊົນ​ຍົກ​ອອກ​ມາ ເມື່ອ​ເດືອນ 10/2016, ປະ​ຊາ​ຊົນ​ປະ​ເທດນີ້​​ເຄີຍແຫ່​ຂະ​ບວນ​ປະ​ທ້​ວງ​​ໃນ​ວັນເສົາປະ​ຈຳ​ອາ​ທິດ​ຢູ່ສະ​ໜາມ​ຫຼວງ Gwanghwamun. ບາງ​ເທື່ອ​ຈຳ​ນ​ວນ​ຜູ້​ແຫ່​ຂະ​ບ​ວນ​ປະ​ທ້ວງ​ໄດ້​ຂ​ຶ້ນ​ເຖິງ​ນັບ​ລ້ານ​ຄົນ, ​ເຊິ່ງ​ແມ່ນ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ສຸດ​ຢູ່​ສ.ເກົາ​ຫຼີ.

ຂ່າວ/ບົດ​ອື່ນ