ປະຊາຊົນຫວຽດນາມຕ້ອນຮັບປີໃຫມ່ສາກົນ 2019

(VOVWORLD) -ຄ່ຳຄືນວັນທີ 31 ທັນວາ, ຊາວນະຄອນຫລວງ ຮ່າໂນ້ຍ ນັບພັນໆຄົນໄດ້ພາກັນເຕົ້າໂຮມຢູ່ຫນອງ ຮ່ວານກຽມ ເພື່ອພ້ອມກັນຕ້ອນຮັບປີໃຫມ່ສາກົນ 2019 ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນ

ປະຊາຊົນຫວຽດນາມຕ້ອນຮັບປີໃຫມ່ສາກົນ 2019 - ảnh 1 ຊາວນະຄອນ ດາຫນັງ ຕ້ອນຮັບປີໃຫມ່ສາກົນ

ພາບ:baotoquoc

ດ້ວຍສຽງດົນຕີອຶກກະທຶກຄຶກໂຄມ ແລະ ໄຟແສງສີທີ່ສ້າງຄວາມປະທັບໃຈໃນງານບຸນ Countdown 2019. ຊາວນະຄອນຫລວງ ແລະ ແຂກທ່ອງທ່ຽວເຂົ້າຮ່ວມໃນງານບຸນນີ້ ຜູ້ໃດກໍ່ຮູ້ສຶກປິຕິຊົມຊື່ນ ແລະ ຫວັງວ່າປີໃຫມ່ຈະມີໂຊກມີໂຊ, ມີສິ່ງທີ່ດີງາມ. ນ້ອງ ຫງວຽນເຟືອງຖາວ ຢູ່ ເມືອງ ເກົາໄຢ ຮ່າໂນ້ຍ ເວົ້າວ່າ:

“ນ້ອງມີຄວາມປິຕິຊົມຊື່ນຫລາຍ ແລະ ເຫັນວ່າ ມີຊາວຮ່າໂນ້ຍ ແລະແຂກທ່ອງທ່ຽວມາຮ່ວມເປັນຈຳນວນຫລວງຫລາຍ. ເວທີສະແດງກໍ່ໄດ້ຮັບການປະດັບປະດາສວຍງາມ ແລະ ສຽງດົນຕີກໍ່ອຶກກະທຶກຄຶກໂຄມທີ່ສຸດ. ຫວັງວ່າ ປີໃຫມ່ທຸກຄົນຈະມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກຕະຫລອດປີ.”

ສ່ວນຢູ່ບັນດາແຂວງ, ນະຄອນອື່ນໃນທົ່ວປະເທດຫວຽດນາມ ປະຊາຊົນກໍ່ໄດ້ພ້ອມກັນຕ້ອນຮັບປີໃຫມ່ສາກົນດ້ວຍຄວາມປິຕິຊົມຊື່ນ. ຢູ່ ຄຸ້ມເມືອງເກົ່າ ໂຮ້ຍອານ, ແຂວງ ກວ໋າງນາມ ໄດ້ຈັດງານລາຕີຕ້ອນຮັບປີໃຫມ່ສາກົນ ແລະ ເຫດການຕ້ອນຮັບນັກທ່ອງທ່ຽວຜູ້ທີ 3,8 ລ້ານ. ຢູ່ ນະຄອນ ດາຫນັງ ປະຊາຊົນ ແລະ ນັກທ່ອງທ່ຽວນັບໝື່ນໆຄົນໄດ້ພາກັນເຕົ້າໂຮມຢູ່ ສະຫນາມຫລວງ 29/3 ແລະ ຖະຫນົນ 2/9 ເພື່ອພ້ອມກັນເຂົ້າຮ່ວມລາຍການສະແດງສິລະປະຕ້ອນຮັບປີໃຫມ່ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ