ປະຊາຊົນອີຕາລີ ນັບພັນຄົນ ແຫ່ຂະບວນຄັດຄ້ານນະໂຍບາຍ ”ຮັດເຂັ້ມຄັດ”

ປະຊາຊົນອີຕາລີ ນັບພັນຄົນ ແຫ່ຂະບວນຄັດຄ້ານນະໂຍບາຍ ”ຮັດເຂັ້ມຄັດ”  - ảnh 1
ປະຊາຊົນ​ອີ​ຕາລີ​ ​ລົງ​ຖະໜົນ​ຢູ່​ນະຄອນຫຼວງ Rome ​
ເພື່ອ​ແຫ່​ຂະ​ບວນຄັດຄ້ານ​ນະ​ໂຍບາຍ ”​ຮັດ​ເຂັ້ມ​ຄັດ”
(ພາບ: vietnamplus.vn)

(vovworld) – ວັນ​ທີ 18/5, ປະຊາຊົນ​ອີ​ຕາລີ ນັບ​ພັນ​ຄົນ ​ໄດ້​ລົງ​ຖະໜົນ​ຢູ່​ນະຄອນຫຼວງ Rome ​ເພື່ອ​ແຫ່​ຂະ​ບວນຄັດຄ້ານ​ນະ​ໂຍບາຍ ”​ຮັດ​ເຂັ້ມ​ຄັດ” ​ແລະ ອັດຕາ​ຜູ້ຫວ່າງ​ງານ​ສູງ, ພ້ອມ​ທັງ​ຮຽກຮ້ອງ​ນາຍົກລັດຖະມົນຕີຄົນ​ໃໝ່ Enrico Letta ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ເພື່ອ​ແນ​ໃສ່​ນຳ​ປະ​ເທດ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຊຸດ​ໂຊມ​ທາງ​ດ້ານ​ເສດຖະກິດ. ຜູ້​ແຫ່​ຂະ​ບວນປະ​ທ້ວງມີ​ປະມານ 100.000 ຄົນ ​ເຊິ່ງລວມມີ​ບັນດາ​ສະມາຊິກ​ທີ່​ຂຶ້ນ​ກັບ​ອົງການ​ກຳມະບານ FIOM ຝ່າຍຊ້າຍ. ນີ້​ແມ່ນ​ການ​ແຫ່​ຂະ​ບວນຂະໜາດ​ໃຫຍ່​ທຳ​ອິດ​ເພື່ອ​ຄັດຄ້ານ​ລັດຖະບານ​ພັນທະ​ມິດ​ຂວາ - ຊ້າຍ ຖືກ​ຈັດ​ຂຶ້ນ​ຢູ່ Rome ນັບ​ແຕ່​ລັດຖະບານ​ນີ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເມື່ອ​ວັນ​ທີ 28/4 ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ