ປະຊາຊົນອີຢີບ ນັບພັນຄົນແຫ່ຂະບວນ ສະໜັບສະໜູນທ່ານປະທານາທິບໍດີ Mohamed Morsi

ປະຊາຊົນອີຢີບ ນັບພັນຄົນແຫ່ຂະບວນ ສະໜັບສະໜູນທ່ານປະທານາທິບໍດີ Mohamed Morsi - ảnh 1
​ຊາວ​ມຸດ​ສລິ​ມ ປະ​ເທດ ອີ​ຢີບ ສະ​ແດງ​ການ​ສະໜັບສະໜູ​ນ
ທ່ານປະທານາທິບໍດີ Mohamed Morsi
(ພາບປະກອບ)


(vovworld) - ວັນ​ທີ 21/06, ມີ​ຊາວ​ມຸດ​ສລິ​ມ ປະ​ເທດ ອີ​ຢີບ ປະ​ມານ 10.000 ຄົນ ​ໄດ້​ເຕົ້າ​ໂຮມ​ຢູ່​ສະຫຼາມ​ຫຼວງ Rabaa al Adawweya ຢູ່​ນະຄອນຫຼວງ​ກາຍ​ໂຣ ​ເພື່ອ​ສະ​ແດງ​ການ​ສະໜັບສະໜູ​ນທ່ານປະທານາທິບໍດີ Mohamed Morsi, ​ໃນ​ສະພາບ​ທີ່​ຝ່າຍ​ຄ້ານ​ພວມ​ດຳ​ເນີນ​ບັນດາ​ການ​ເຄື່ອ​ນ​ໄຫວ​ເພື່ອ​ຄັດຄ້ານ ​ແນ​ໃສ່​ກໍ່​ຄວາມ​ກົດ​ດັ່ນບັງຄັບ​ໃຫ້​ທ່ານ Morsi ລາ​ອອກ​ຈາກ​ຕຳ​ແໜ່ງ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ກ່ອນ​ກຳນົດ​. ການແຫ່ຂະ​ບວນ​ດ້ວຍ​ຄຳ​ຂວັນ​ທີ່​ວ່າ “ຄັດຄ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ, ສະໜັບສະໜູນ​ສັນຕິພາບ” ນີ້ ​ໂດຍ​30 ກວ່າ​ພັກ​ຝ່າຍ​ອິດສລາມ ຈັດ​ຕັ້ງ. ​ໃນ​ຂະນະ​ນັ້ນ, ມີ​ປະຊາຊົນ​ນັບ​ຮ້ອຍ​ຄົນ ທີ່​ສະໜັບສະໜູນ​ທ່ານ​ປະທານາທິບໍດີ Morsi ​ໄດ້​ເຕົ້າ​ໂຮມກັນ​ຢູ່​​ໂບດ al Kaed Ibrahim, ທີ່​ນະຄອນ Alexandria ຊຶ່ງ​ໄດ້​ໂຮ່ຮ້ອງຄຳ​ຂວັນ​ສະໜັບສະໜູນ​ທ່ານ​ປະທານາທິບໍດີ Morsi.

        ປະຈຸ​ບັນ, ທ່ານ​ປະທານາທິບໍດີ​ອີ​ຢີບ Mohamed Morsi ພວມ​ປະ​ເຊີນ​ໜ້າ​ກັບ​ບັ້ນ​ເຄື່ອນ​ໄຫວ​ທີ່​ມີ​ຊື່ວ່າ “ລຸກ​ຮື້​ຂຶ້ນ” ​ໂດຍ​ບັນດາ​ນັກ​ເຄື່ອນ​ໄຫວ ​ແລະ ຫົວໜ້າ​ຝ່າຍ​ຄ້ານ​ປຸກລະດົມແນ​ໃສ່​​​ເກັບ​ກຳລາຍ​ເຊັ່ນ ຮຽກຮ້ອງ​ໃຫ້​ທ່ານ Morsi ລາ​ອອກ​ຈາກ​ຕຳ​ແໜ່ງ, ພ້ອມ​ທັງ​ຊອກຫາ​ວິທີ​ການ​ຮຽກຮ້ອງຜູ້ນຳ​ທ່ານ​ນີ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນກ​ຳນົດ​ຜ່ານ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 30/06.

ຂ່າວ/ບົດ​ອື່ນ