ປະຊາຊົນໃນທົ່ວປະເທດຕ້ອນຮັບປີໃໝ່ 2026

(VOVWORLD) - ຢູ່ນະຄອນຫຼວງ ຮ່າໂນ້ຍ, ເຫດການໄດ້ດຶງດູດປະຊາຊົນເປັນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນລາຍການສະແດງສິລະປະ countdown “ເປີດການເຊື່ອມຕໍ່ຢ່າງແທ້ຈິງ” ຢູ່ອ້ອມໜອງ ຮວ່ານກຽມ.
ປະຊາຊົນໃນທົ່ວປະເທດຕ້ອນຮັບປີໃໝ່ 2026 - ảnh 1(ການຍິງບັ້ງໄຟດອກຕ້ອນຮັບປີໃໝ່ 2026 ຢູ່ໜອງ ຮວ່ານກຽມ, ຮ່າໂນ້ຍ)

ຕອນຄ່ຳວັນທີ 31 ທັນວາ, ມີປະຊາຊົນຮັບແສນຄົນໃນທົ່ວປະເທດ ໄດ້ເຂົ້າຮ່ວມງານ countdown ຕ້ອນຮັບປີໃໝ່ 2026, ສົ່ງຄຳພາວະນາຂໍໃຫ້ປະເທດຊາດພັດທະນາ, ຄອບຄົວ ແລະ ຕົນເອງມີຄວາມຜາສຸກ.

ຢູ່ນະຄອນຫຼວງ ຮ່າໂນ້ຍ, ເຫດການໄດ້ດຶງດູດປະຊາຊົນເປັນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນລາຍການສະແດງສິລະປະ countdown “ເປີດການເຊື່ອມຕໍ່ຢ່າງແທ້ຈິງ” ຢູ່ອ້ອມໜອງ ຮວ່ານກຽມ. ມີປະຊາຊົນນັບໝື່ນຄົນໄດ້ພ້ອມກັນເຂົ້າຮ່ວມ ແລະ ຮັບຊົມການຍິງບັ້ງໄຟດອກຕ້ອນຮັບປີໃໝ່ 2026. ຢູ່ນະຄອນ ໂຮ່ຈີມິນ, ເຂດຖະໜົນຍ່າງ ຫງວຽນເຫວະ ຢູ່ເຂດໃຈກາງ ຫຼື ບັນດາສະຖານທີ່ຍິງບັ້ງໄຟດອກຕ້ອນຮັບປີໃໝ່ ກໍ່ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວນັບພັນຄົນ. ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ເຫດການຕ້ອນຮັບປີໃໝ່ 2026 ກໍ່ໄດ້ຈັດຂຶ້ນດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະພ້ອມກັບການຍິງບັ້ງໄຟດອກ, ສົ່ງຄຳພາວະນາຂອງປະຊາຊົນໃຫ້ຂໍປີໃໝ່ປະສົບຜົນສຳເລັດ ແລະ ມີຄວາມຜາສຸກ.

“ບໍ່ມີພຽງແຕ່ຕົວນ້ອງເອງເທົ່ານັ້ນ ຫາກນ້ອງຄິດວ່າ ມີຫຼາຍຄົນທີ່ມີຄວາມຄິດລວມຂອງປະເທດຊາດເມື່ອກ້າວເຂົ້າໄລຍະໃໝ່. ເມື່ອຕ້ອນຮັບປີໃໝ່ນີ້, ນ້ອງມີຄວາມປິຕິຊົມຊື່ນ ແລະ ຫວັງວ່າ ປີ 2026 ປະເທດ ຫວຽດນາມ ຈະມີການປ່ຽນແປງ, ພັດທະນາຢ່າງແຮງກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ