ປະຊາຊົນໃນທົ່ວປະເທດພາກພູມໃຈຕໍ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີXIIຂອງພັກກອມມູນິດຫວຽດນາມ

ປະຊາຊົນໃນທົ່ວປະເທດພາກພູມໃຈຕໍ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີXIIຂອງພັກກອມມູນິດຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​ ​ວັນ​ທີ 28/01, ກອງ​ປະ​ຊຸມ​ໃຫຍ່​​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາ​ມ. ທ່ານ​ປະລິ​ຍາ​ເອກ ຟ້າມ​ຫາວ, ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ​ເຂດ III, ໃຫ​້​ຮູ້​ວ່າ.

      “ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ໜຶ່ງ​ໃນ​ບັນ​ດາ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຂອງກອງ​ປະ​ຊຸມ​ໃຫຍ​່ຄັ້ງ​ທີ XII ​ຂອງ​ພັກແມ່ນ​ວຽກ​ງານ​ບຸກ​ຄະ​ລ​າ​ກອນ. ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​​ດ້ານບຸກ​ຄະ​ລາ​ກອນ​ຄື​ແນວນັ້ນ ແມ່ມ​​ໄດ້​ມີ​ການ​ກະ​ກ​ຽມ​ຢ່າງ​ລອບ​ຄອບ​​ຖີ່​ຖ້ວນ, ມີ​ຄວາ​ມ​ຮັບ​ຜິດ​ຊອບ ແລະ ​ມີປະ​ຊາ​ທິ​ປະ​ໄຕ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ບັນ​ຊີ​ລາຍ​ຊື່​ຄະ​ນະ​ບໍ​ລິ​​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງລ້ວ​ນ​ແຕ່​ເໝາະສົມ, ​ເຂົາ​ເຈົ້າ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ພຽງ​ພໍ​ ເພື່ອ​ໃຫ້​​ທົ່ວພັກ ແລະ ປະ​ຊາ​ຊົນ​​ທົ່ວ​ປະ​ເທດ​ຝາກ​ຝັງ​​ແນວ​ຄິດ​ຈິ​ດ​ໃຈ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຕົນ”.

      ​ເມື່ອຕິດ​ຕາມ​ການ​​ຜັນ​ແປຂອງ​ກອງ​ປະ​ຊຸມ​ໃຫຍ່​ນັບ​ແຕ່​ມື້​ທຳ​ອິດ​ມາ, ອ້າຍ ຕ້າ​ຮ່​ວາງງວຽນ, ຢູ່​ແຂວງ​ກ່າ​ເມົາ ໃຫ້​ຮູ້​ວ່າ.

      “ຂ້າ​ພະ​ເຈົ້າ​​ເຊື​່ອ​ໝັ້ນ​ວ່າ, ດ້ວຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ໃໝ່ ແລະ ພາຍ​ໃຕ້​ກາ​ນ​ຊີ້​ນຳ​ນຳ​ພາ​ຂອງ​ກົມ​ການ​ເມືອງ, ແນ່ນອນ​ວ່າ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ຈະ​​ໄດ້​ຮັບ​ການປະ​ຕິ​ບັດ​ສຳ​ເລັດ​ຜົນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ດ້ວຍ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ອາ​ຍຸ​ການ​ໃໝ່ ດ້ານ​ເສດ​ຖະ​ກິດ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ມີ​​ການ​ຮ່ວມ​ມື​​ຫຼາຍ​ຢ່າງຢູ່​ຕ່າງ​ປະ​ເທດ, ​ໂດຍລະ​ອຽດ​ແມ່ນ TPP, ຈະ​ມ​ີ​ຄວາມ​ສຳ​ຄັນ​ຍິ່ງ. ຂ້າ​ພະ​ເຈົ້າ​ຖື​ວ່າ, ລັດ​ຖະ​ບານ​​ໃນອາ​ຍຸ​ການ​ຄັ້ງ​ນີ້​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ໜ້ອຍ, ​ແຕ່ວ່າກາ​ລ​ະ​ໂ​ອ​ກາດກໍ່​ມີ​ຫຼາຍ. ສຳ​ລັບ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XII ນີ້, ​ພັກ​ຈະ​ມີ​ກຳ​ລັງ​ແຮງ ແລະ ມີ​ຄວາມ​ສາ​ມາດ​ ຢ່າງ​ພຽງ​ພໍ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ສິ່ງ​ທີ່​ປະ​ຊາ​ຊົນມຸ​່ງ​ມາດ​ປາດ​ຖະ​ໜາ. ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XII ຂອງ​ພັກ ແມ່ນກອງ​ປະ​ຊຸມ​ໃຫຍ່​ທີ່ບັນ​ລຸ​ຜົນ​ສຳ​ເລັດ”.

      ສ່ວນ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ແຂວງ ໄຕ​ງວຽນ ມີ​ຄວາມ​​ພາກ​ພູມ​ໃຈ​ທີ່​ສຸດ​ຕໍ່​ຜົນ​ສຳ​ເລັດຂອງກອງ​ປະ​ຊຸມ​ໃຫຍ່, ຕີ​ລາ​ຄາ​ສູງ​ຕໍ່​ການ​​ປະ​ກົດ​ຕົວຂອງ​​ຫຼາຍ​ປັດ​ໃຈ​ໃໝ່, ໜຸ່ມທີ່​ເຂ​ົ້າ​ຮ່ວມ​ການ​ຊີ້​ນຳ​ນຳ​ພາ​ປະ​ເທດ​ຊາດ. ທ່ານ ກາ​ຢຸງ, ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົາ ແຂວງ ດັກ​ນົງ ໃຫ້​ຮ​ູ້​ວ່າ.

      “ຄະ​ນະ​ບໍ​ລິ​ຫານ​ຄັ້ງ​ນີ້​ມີ​ຄົນ​ໃໝ່​ຫຼາຍ​ຄົ​ນ, ຈຳ​ນວນ​ຄົນ​ໜຸ່ມ​ກວມ​​ອັດ​ຕາ​ສ່ວນ​ຫຼາຍ​. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເບີກ​ບານ​ມ່ວນ​ຊື່ນ ແລະ ເຊື່ອ​ໝັ້ນ​ວ່າ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊ​ຸດ​ໃໝ່ ດ້ວຍ​ຖັນ​ແຖວ​ການ​ນຳ​ໃໝ່​ທີ່​ມີ​ລະ​ດັບ​ຄວາມ​ຮູ້​ສູງ ຈ​ະ​ເຮັດ​ໄດ້​ຫຼາຍ​ສິ່ງຫຼາຍ​ຢ່າງ ແລະ ຮອບ​ດ້ານກວ່າ”.

ຂ່າວ/ບົດ​ອື່ນ