ປະ​ຊາ​ຊົນ​ໝູ່​ບ້ານ​ຕັ້ງ​ຖິ່ນ​ຖານ​ໃໝ່ ເຊີນ​ລາ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່

(VOVWORLD) - ຊຸມວັນນີ້, ບັນຍາການຕ້ອນຮັບບຸນເຕັດ 2024 ພວມຄືກຄື້ນມວນຊື່ນຢູ່ທົ່ວທຸກໝູ່ບ້ານພໍ່ແມ່ປະຊາຊົນບັນດາເຜົ່າ ອົບພະຍົບຕັ້ງຖິ່ນຖານໃໝ່ຢູ່ເຂື່ອນໄຟຟ້ານ້ຳຕົກ ເຊີນລາ, ຂຶ້ນກັບເມືອງ ກ່ິງຍາຍ, ແຂວງ ເຊີນລາ.
ປະ​ຊາ​ຊົນ​ໝູ່​ບ້ານ​ຕັ້ງ​ຖິ່ນ​ຖານ​ໃໝ່ ເຊີນ​ລາ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ - ảnh 1ບ້ານວັດທະນະທຳ ກິງມ້າງ (ພາບ: VOV)

ປີນນີ້ແມ່ນລະດູບານໃໝ່ທີ 4 ພໍ່ແມ່ປະຊາຊົນຕັ້ງຖິ່ນຖານໃໝ່ ກິກມັ້ງ, ຕາແສງ ປາມາຟາກິງ, ຕ້ອນຮັບລະດູບານໃໝ່ຢູ່ດິນແດນນີ້. ບຸນເຕັດປີນີ້, ມີຫຼາຍຄອບຄົວໃນບ້ານ, ໃນຕາແສງ ບໍ່ພຽງແຕ່ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊືນຍ້ອນລະດູການເກັບກ່ຽວໄດ້ຮັບຜົນດີ, ມີເຮືອນໃໝ່, ມີລົດຈັກ, ໂທລະທັດ ເທົ່ານັ້ນ ຫາກຍັງຮູ້ສຶກດີໃຈ ຍ້ອນວ່າ ໄດ້ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ, ການດຳລົງຊີວິດເປັນປົກກະຕິແລ້ວ. ທ່ານ ຫຼໍ່ວັນໂດຍ, ປະທານຄະນະກຳມະການປະຊາຊົນ ຕາແສງ ປາມາຟາກິງ ເມືອງກ່ິງຍາຍ ໃຫ້ຮູ້ວ່າ:

ທາງຕາແສງ ໄດ້ໂຄສະນາ, ແນະນຳໃຫ້ປະຊາຊົນຈັດບຸນເຕັດປະເພນີຂອງຊາວເຜົ່າໄທຂາວ ໃນບໍລິເວນຕາແສງ, ຄືຈັດການຂ້າໝູ, ໄກ ຕາມເງື່ອນໄຂຂອງແຕ່ລະຄອບຄົວ. ແຕ່ລະຄອບຄົວຈະຈັດພິທີບູຊາ ບັນພະບຸລຸດ ໃນມື້ໜຶ່ງ, ຫຼັກຈາກນັ້ນ ຈະເຊື້ອເຊີນພໍ່ແມ່ພີ່ນ້ອງ ມາກິນບຸນເຕັດນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ