ປະດັບຍົດຕຳແໜ່ງ ເອກອັກຄະລັດຖະທູດໃຫ້ແກ່ບັນດາພະນັກງານ, ລັດຖະກອນການທູດ

ປະດັບຍົດຕຳແໜ່ງ ເອກອັກຄະລັດຖະທູດໃຫ້ແກ່ບັນດາພະນັກງານ, ລັດຖະກອນການທູດ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ມອບ​ຂໍ້​ຕົກລົງປະດັບ​ຍົດ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ​ໃຫ້​ແກ່​ພະນັກງານ, ລັດຖະກອນ​ກະຊວງ​ການ​ຕ່າງປະ​ເທດ
(ພາບ: ສຳນັກຂ່າວສານຫວຽດນາມ)

 (vovworld) - ຕອນ​ບ່າຍ​ວັນ​ທີ 17/8, ຢູ່​ສຳ​ນັກ​ງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ຂໍ້​ຕົກລົງປະດັບ​ຍົດ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ​ໃຫ້​ແກ່​ພະນັກງານ, ລັດຖະກອນ​ກະຊວງ​ການ​ຕ່າງປະ​ເທດ 38 ທ່ານ. ​ໃນ​ບັນຍາກາດ​ທີ່​ສົມ​ກຽດ, ທ່ານ Giang Son, ຮອງ​ຫົວໜ້າ​ຫ້​ອງວ່າການ​ປະທານ​ປະ​ເທດ ​ໄດ​້ປະກາດ​ຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດ​ປະດັບ​ຍົດ​ຕຳ​ແໜ່ງ​ເອກ​ອັກຄະ​ລັດຖະທູດ​ໃຫ້​ແກ່​ພະນັກງານ, ລັດຖະກອນ​ຂະ​ແໜງການ​ທູ​ດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ປະ​ເທດ​ Truong Tan Sang ຖື​ວ່າ: ຖ້າ​ຫາກ​ໃນ​ໄລຍະ​ສົງຄາມ, ກອງທັບ​ແມ່ນ​ກຳລັງ​​ແນວ​ໜ້າ​ ​ໃນ​ໄລຍະ​ສັນຕິພາບ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລີກ​ເຊິ່ງ, ກ້ວາງ​ແຂວງ, ຮອບດ້ານ, ​ຂະ​ແໜງ​ການ​ທູດ, ​ໃນ​ນັ້ນ​ມີ​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແມ່ນ​ກຳລັງ​​ຫຼັກ​ແຫຼ່ງແກ່ນສານ​. ທ່ານ​ປະທານ​ປະ​ເທດ​ຊີ້​ແຈງ​ວ່າ: ປະຈຸ​ບັນ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ການທູດ ​ຈະ​ນັບ​ມື້​ນັບ​ຕ້ອງ​ແກ້​ໄຂ​ບັນດາ​ວຽກ​ງານ​ທັງ​ຫຼາຍ ​ແລະ ທັງ​ສັບສົນ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ​ແລະ​ກໍ່​ຕ້ອງ​ຮັບ​ມື​ກັບ​ບັນດາ​ບັນຫາ​ຮີບ​ດ່ວນ, ມີ​ລັດ​ສະ​ນະ​ທົ່ວ​ໂລກ. ດັ່ງ​ນັ້ນ, ພວກ​ເຮົາ​ຕ້ອງ​ມີ​ຖັນ​ແຖວ​ພະນັກງານ​ມີ​ຄຸນ​ນະ​ທາດ, ພຸມ​ປັນຍາ ​ແລະ ມີ​ບົດຮຽນ​ຫຼາຍ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ການ​ຕ່າງ​ປະ​ເທດ​ທີ່​ວາງ​ອອກ​ໃຫ​້​ແກ່​ປະ​ເທດ​ຊາດ, ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ໃຫ້​ດີ​ທີ່​ສຸດ.

ຂ່າວ/ບົດ​ອື່ນ