ປະຕິກິລິຍາຂອງບັນດາປະເທດ ພາຍຫລັງເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ

(VOVWORLD) - ວັນທີ 29 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ມີການໂອ້ລົມທາງໂທລະສັບກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ກ່ຽວກັບເຫດຍິງລູກສອນໄຟໄລຍະໄກຄັ້ງຫລ້າສຸດຂອງ ສປປ.ເກົາຫຼີ ໃນຕອນເຊົ້າວັນທີ 29 ພະຈິກ. 
ປະຕິກິລິຍາຂອງບັນດາປະເທດ ພາຍຫລັງເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Yonhap)

ໃນນັ້ນ, ການນຳ ອາເມລິກາ ສະເໜີໃຫ້ຄູ່ຕຳແໜ່ງ ຈີນ ນຳໃຊ້ທຸກຄວາມສາມາດຂອງຕົນ ເພື່ອສາມາດສະກັດກັ້ນບັນດາການກະທຳເກາະຜິດຂອງ ພຽງຢາງ ແລະ ປະກາດຈັດວາງບັນດາຄຳສັ່ງລົງໂທດທີ່ແຂງກະດ້າງກ່ວາໃສ່ ພຽງຢາງ ຕື່ມອີກ. ສ່ວນທ່ານປະທານປະເທດ ຈີນ ສີຈິ້ນຜີງ ຢືນຢັນວ່າ: ປັກກີງ ຢຶດໝັ້ນເດີນຕາມເປົ້າໝາຍປອດນິວເຄຼຍໃນແຫຼມ ເກົາຫຼີ, ຮັກສານະໂຍບາຍສາກົນກ່ຽວກັບການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຮັກສາສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງເໜືອ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Sigmar Gabriel ຖະແຫຼງວ່າ Berlin ກ່າວປະນາມຢ່າງແຮງເຫດຍິງລູກສອນໄຟໃນວັນທີ 29 ພະຈິກ ຂອງ ພຽງຢາງ, ພ້ອມທັງຊີ້ແຈ້ງວ່າ ທ່ານຈະຮຽກຕົວເອກອັກຄະລັດຖະທູດ ສປປ.ເກົາຫຼີ ມາ ເພື່ອຄັດຄ້ານການກະທຳນີ້.

        ທີ່ການໂອ້ລົມທາງໂທລະສັບໃນວັນທີ 29 ພະຈິກ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເຫັນດີເປັນເອກະສັນ ສະເໜີສະຫະປະຊາຊາດ ເພີ່ມບັນດາມາດຕະການລົງໂທດ ສປປ.ເກົາຫຼີ, ພ້ອມທັງເນັ້ນໜັກວ່າ “ບໍ່ສາມາດອະໄພອີກ” ສຳລັບບັນດາການກະທຳເກາະຜິດຂອງ ພຽງຢາງ.

        ວັນທີ 29 ພະຈິກ, ລັດຖະບານ ລັດເຊຍ ໄດ້ກ່າວປະນາມເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ແລະ ຖືນີ້ແມ່ນການກະທຳເກາະຜິດຂອງ ພຽງຢາງ.

        ແລະກໍ່ໃນວັນທີ 29 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມດ່ວນກ່ຽວກັບເຫດທົດລອງລູກສອນໄຟນຳວິທີກ້າວໜ້າທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງ ສປປ.ເກົາຫຼີ. ນະທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສະຫະປະຊາຊາດ Nikki Haley ຮຽກຮ້ອງ ສະຫະປະຊາຊາດ ເພີ່ມທະວີຄຳສັ່ງລົງໂທດ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ